ງານວາງສະແດງເອກະສານ, ບົດຂຽນ ແລະວັດຖຸພັນກວ່າ 200 ຢ່າງ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ”
ກປ.ອອນໄລ - ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ຫໍພິພິທະພັນໂຮ່ຈີມິນ (ຮ່າໂນ້ຍ), ຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບຫໍພິພິທະພັນໂຮ່ຈີມິນ ຈັດຕັ້ງງານວາງສະແດງ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ”.
ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890/19-5-2023) ແລະ 2 ປີແຫ່ງການປະຕິບັດບົດສະຫຼຸບເລກທີ 01- KL/TW ວ່າດ້ວຍການສືບຕໍ່ປະຕິບັດຄຳສັ່ງເລກທີ 05-CT/TW ຂອງກົມການເມືອງ “ກ່ຽວກັບການຍູ້ແຮງຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ”.
    |
 |
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ຢາແຄ໊ງ |
ດ້ວຍເອກະສານ, ບົດຂຽນ ແລະວັດຖຸພັນກວ່າ 200 ຢ່າງ, ງານວາງສະແດງ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ໄດ້ແນະນໍາໃຫ້ມະຫາຊົນ 133 ແບບຢ່າງທີ່ກ້າວໜ້າ, ລວມມີ 62 ໝູ່ຄະນະ ແລະ 71 ບຸກຄົນ ທີ່ຄະນະຈັດຕັ້ງໄດ້ຄັດເລືອກເອົາຈາກເກືອບ 600 ແບບຢ່າງທີ່ຄະນະໂຄສະນາສຶກສາບັນດາແຂວງ, ນະຄອນ, ຄະນະພັກກຸ່ມບັນດາອົງການຈັດຕັ້ງຂັ້ນສູນກາງ, ຄະນະພັກກຸ່ມວິສາຫະກິດຂັ້ນສູນກາງ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (ກະຊວງປ້ອງກັນປະເທດ) ແລະກົມໃຫຍ່ການເມືອງ (ກະຊວງຕຳຫຼວດ) ໄດ້ແນະນຳ ແລະເຊີດຊູ.
ເນື້ອໃນງານວາງສະແດງ ລວມມີ 2 ພາກ, ຄື: ພາກທີ 1 ດ້ວຍຫົວຂໍ້ “ຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນວຽກງານເປັນປະຈຳຂອງທົ່ວພັກ, ທົ່ວປວງຊົນ”; ພາກທີ 2 ດ້ວຍຫົວຂໍ້ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ”.
ງານວາງສະແດງ ຈະດຳເນີນໄປຈົນໝົດເດືອນສິງຫາ ປີ 2023 ແລະຈະໄດ້ວາງສະແດງຢູ່ບາງທ້ອງຖິ່ນໃນທົ່ວປະເທດໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ