leftcenterrightdel
ພາບປະກອບຄັດຈາກ: ໜັງສືພິມພັກກອມມູນິດຫວຽດນາມ

ຕາມນັ້ນແລ້ວ, ໂຄງການສຸມໃສ່ການເຄື່ອນໄຫວໃນບັນດາຂົງເຂດ, ລວມມີ: ມໍລະດົກວັດທະນະທຳ; ວັດທະນະທໍາພື້ນຖານ; ສິລະປະການສະແດງ; ວິຈິດສິນ, ຖ່າຍຮູບ ແລະງານວາງສະແດງ; ຮູບເງົາ; ຫໍສະໝຸດ; ການກໍ່ສ້າງ; ວັດທະນະທໍາພື້ນເມືອງ; ວັດທະນະທໍາການຕ່າງປະເທດ; ອຸດສາຫະກໍາວັດທະນະທໍາ... ຄຽງຂ້າງນັ້ນແມ່ນບັນດາໜ້າທີ່, ມາດຕະການ, ຄື: ປັບປຸງລະບົບນະໂຍບາຍ, ກົດໝາຍວ່າດ້ວຍວັດທະນະທຳໃຫ້ສົມບູນແບບ, ຍົກສູງຄວາມຮັບຮູ້ຂອງທັງລະບົບການເມືອງ ແລະທົ່ວສັງຄົມກ່ຽວກັບທີ່ຕັ້ງ, ບົດບາດຂອງພາລະກິດກໍ່ສ້າງ ແລະພັດທະນາວັດທະນະທຳ, ຊາວຫວຽດນາມ; ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາຂອງຊາດຢ່າງໝັ້ນຄົງ; ສ້າງສະພາບແວດລ້ອມວັດທະນະທໍາ; ພັດທະນາຖັນແຖວນັກສິລະປິນ, ປັນຍາຊົນ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ໂຄສະນາພາບພົດປະເທດຊາດ, ວັດທະນະທໍາ ແລະຊາວຫວຽດນາມ ອອກສູ່ໂລກ...

ໂດຍ: ເຈິ່ນຮວ່ຽນ