ເນື້ອໃນງານວາງສະແດງລວມມີ 3 ພາກ: ປະທານໂຮ່ຈີມິນ-ວິລະຊົນປົດປ່ອຍຊາດ; ປະທານໂຮ່ຈີມິນ-ນັກວັດທະນະທໍາດີເດັ່ນຂອງຫວຽດນາມ; ກໍາລັງປະກອບອາວຸດທະຫານເຂດ 9 ແຂ່ງຂັນ “ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ”.

leftcenterrightdel
ການນໍາທະຫານເຂດ 9, ຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ ຕັດແຖບຜ້າເປີດງານວາງສະແດງ. ພາບ: qdnd.vn

ດ້ວຍຮູບພາບ, ວັດຖຸພັນກວ່າ 300 ຢ່າງ, ງານວາງສະແດງແມ່ນແຫຼ່ງເອກະສານອັນລ້ຳຄ່າທີ່ແນະນຳໂດຍຫຍໍ້ກ່ຽວກັບຊີວິດ ແລະພາລະກິດການປະຕິວັດຂອງປະທານໂຮ່ຈີມິນ ແລະການເຄື່ອນໄຫວແຂ່ງຂັນ “ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ” ຂອງກຳລັງປະກອບອາວຸດທະຫານ ເຂດ 9.

leftcenterrightdel
ການນໍາທະຫານເຂດ 9, ຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ ຢ້ຽມຊົມງານວາງສະແດງ. ພາບ: qdnd.vn

ງານວາງສະແດງແມ່ນການເຄື່ອນໄຫວທີ່ມີຄວາມໝາຍສະແດງໃຫ້ເຫັນຄວາມຮູ້ບຸນຄຸນ ແລະຄວາມເຄົາລົບນັບຖືຕໍ່ຊີວິດ ແລະພາລະກິດຂອງປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະແມ່ນໂອກາດເພື່ອໃຫ້ຄົນລຸ້ນຫຼັງສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ; ໂຄສະນາເຜີຍແຜ່ ແລະສຶກສາອົບຮົມກ່ຽວກັບມູນເຊື້ອຮັກຊາດ, ເຈດຈໍານົງເອກະລາດ, ເປັນເຈົ້າຕົນເອງ ແລະຄວາມພາກພູມໃຈຂອງຊາດ; ສະແດງໃຫ້ເຫັນຈິດໃຈສາມັກຄີຮ່ວມແຮງຮ່ວມໃຈສູ້ຊົນ,  ຍາດເອົາຜົນງານໃໝ່ຫຼາຍກວ່າ ແລະຮອບດ້ານກວ່າໃນກິດຈະການປ່ຽນແປງໃໝ່ປະເທດຊາດ.

ໂດຍ: ທູຈາງ