ແຂວງດັກລັກ:
ປິດງານມະໂຫລານສະແດງສິລະປະມະຫາຊົນກໍາລັງປະກອບອາວຸດ
ກປ.ອອນໄລ - ຕອນຄ່ຳວັນທີ 7 ພຶດສະພາ, ຢູ່ນະຄອນ ບວນມາທວດ, ກອງບັນຊາການທະຫານແຂວງດັກລັກ ໄດ້ຈັດຕັ້ງງານມະໂຫລານສະແດງສິລະປະມະຫາຊົນກໍາລັງປະກອບອາວຸດແຂວງດັກລັກ ຄັ້ງທີ XIII ປີ 2023. ລາຍການໄດ້ຮັບການຕີລາຄາວ່າ ແມ່ນສໍາເລັດຕາມເນື້ອໃນຄາດໝາຍ, ລາຍການ ແລະຄວາມຕ້ອງການທີ່ໄດ້ວາງອອກ.
ຕາມການຕີລາຄາຂອງຄະນະຈັດຕັ້ງແລ້ວ, ບັນດາຄະນະສິລະປະລ້ວນແຕ່ສະແດງໃຫ້ເຫັນຄວາມຮັບຜິດຊອບສູງຈາກການວາງແຜນ, ຄັດເລືອກບົດເພງ, ການຈັດຕັ້ງຕະຫຼອດຮອດການຝຶກແອບ, ເຂົ້າຮ່ວມການແຂ່ງຂັນໃນງານມະໂຫລານ. ຍ້ອນເຫດນັ້ນ, ໝາກຜົນດ້ານຄຸນນະພາບສິລະປະໃນງານມະໂຫລານຄັ້ງນີ້ ຈຶ່ງໄດ້ຮັບການຕີລາຄາວ່າ ມີຄວາມສະໝ່ຳສະເໝີ, ຮັບປະກັນເນື້ອໃນ, ລັກສະນະການເມືອງ, ແນວຄິດໃນແຕ່ລະລາຍການ. ຫຼາຍລາຍການໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ, ເປັນເອກະລັກສະເພາະ, ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ຊົມ. ຈາກນັ້ນສາມາດຢັ້ງຢືນໄດ້ວ່າ, ການເຄື່ອນໄຫວວັດທະນະທຳ, ສິລະປະທີ່ບັນດາອົງການ, ກົມກອງຢູ່ໃນກຳລັງປະກອບອາວຸດແຂວງດັກລັກ ມີບາດກ້າວພັດທະນາຢ່າງແຮງ, ເປັນຕົ້ນແມ່ນກ່ຽວກັບຄຸນນະພາບທາງດ້ານວິຊາສະເພາະ, ຄວາມສຸດອົກສຸດໃຈ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງຂອງນັກສິລະປິນແຕ່ລະຄົນ.
    |
 |
ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະໃນງານມະໂຫລານສະແດງສິລະປະມະຫາຊົນກໍາລັງປະກອບອາວຸດແຂວງ ດັກລັກ ປີ 2023. ພາບ: qdnd.vn |
ທ່ານພັນເອກພິເສດ ເຈິ່ນມິງຈ້ອງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງດັກລັກ ໃຫ້ຮູ້ວ່າ: “ຈາກລາຍການນີ້, ບັນດາອົງການ, ກົມກອງຕ້ອງສືບຕໍ່ກໍ່ສ້າງ ແລະປະຕິບັດລາຍການສະແດງສິລະປະໃຫ້ສໍາເລັດ ເພື່ອສະແດງຮັບໃຊ້ພະນັກງານ, ນັກຮົບ ແລະປະຊາຊົນໃນທົ່ວບໍລິເວນ, ປະກອບສ່ວນຍົກສູງການດໍາລົງຊີວິດດ້ານວັດທະນະທຳ ແລະຈິດໃຈຢູ່ຮາກຖານ. ບັນດາອົງການ, ກົມກອງຄວນສືບຕໍ່ກໍ່ສ້າງ ແລະບຳລຸງສ້າງນັກສິລະປິນໃຫ້ກາຍເປັນແກ່ນສານວັດທະນະທໍາເພື່ອສ້າງເປັນຂະບວນການ ແລະຄວາມຕ້ອງການຂອງພະນັກງານ, ນັກຮົບແຕ່ລະຄົນໃນໄລຍະຈະມາເຖິງ”.
ໂດຍ: ທູຈາງ