ຕອນຄ່ຳວັນທີ 1 ພຶດສະພາ, ຄາຣາວານ ຮ້າລອງ 2023, ເຊິ່ງເປັນເຫດການວັດທະນະທຳປະຈຳປີຂອງການທ່ອງທ່ຽວລະດູຮ້ອນແຂວງກ໋ວາງນິງ ໄດ້ຈັດຂຶ້ນຢູ່ນະຄອນຮ້າລອງ, ດຶງດູດປະຊາຊົນ ແລະແຂກທ່ອງທ່ຽວນັບໝື່ນຄົນເຂົ້າຮ່ວມ.

leftcenterrightdel
ຄາຣາວານ ຮ້າລອງ 2023: ຫຼາກຫຼາຍສີສັນວັດທະນະທຳ. ພາບ: baoquangninh.vn

ດ້ວຍຫົວຂໍ້ “ວາດຟ້ອນ ຮ້າລອງ - ປະສານເຂົ້າກັບ 5 ທະວີບ”, ຄາຣາວານ ຮ້າລອງ ປີນີ້ໄດ້ສະແດງໃຫ້ເຫັນເລື່ອງລາວກ່ຽວກັບປະຫວັດສາດ, ສິລະປະ, ເທບນິຍາຍ ແລະຄວາມເປີດອົກເປີດໃຈຂອງຮ້າລອງ ແຫ່ງເຕົ້າໂຮມ ແລະແຜ່ຂະຫຍາຍບັນດາສິ່ງທີ່ດີງາມ. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງກ໋ວາງນິງ, ໃຫ້ຮູ້ວ່າ:

“ຄາຣາວານ ຍາມໃດກໍ່ກຳນົດແມ່ນຈຸດເດັ່ນພິເສດຂອງສັບປະດາທ່ອງທ່ຽວຮ້າລອງ ເພື່ອດຶງດູດແຂກທ່ອງທ່ຽວຈາກທຸກສາລະທິດ ມາ ກ໋ວາງນິງ, ໃນນັ້ນມີແຂກທ່ອງທ່ຽວສາກົນຫຼາຍຄົນ. ເຫດການໄດ້ສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຂອງ ກ໋ວາງນິງ ແລະ ພວກຂ້າພະເຈົ້າ ສູ້ຊົນ ເພື່ອໃຫ້ ຄາຣາວານ ຈະນັບມື້ນັບພັດທະນາ ແລະສົມກັບລະດັບຫຼາຍກວ່າອີກ”.

ຄາຣາວານ ຮ້າລອງ 2023 ແມ່ນເຫດການນອນໃນບັນດາການເຄື່ອນໄຫວເປີດສາກລະດູການທ່ອງທ່ຽວລະດູຮ້ອນ ແລະມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງກ໋ວາງນິງ, 30 ປີແຫ່ງວັນສ້າງຕັ້ງນະຄອນ ຮ້າລອງ ດ້ວຍເປົ້າໝາຍສ້າງ ແລະແຜ່ຂະຫຍາຍພາບພົດ ອ່າວຮ້າລອງ ສວຍງາມກວ່າ, ປະທັບໃຈກວ່າໃນຈິດໃຈຂອງແຂກທ່ອງທ່ຽວແຕ່ລະຄົນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ