leftcenterrightdel
ລາຍການສະແດງສິລະປະ ທີ່ເປັນເອກະລັກສະເພາະ  ທີ່ພິທີເປີດສັບປະດາທ່ອງທ່ຽວ ເລິມດົ່ງ ປີ 2023. ພາບ: ຮຸ່ງຄວາ

ສັບປະດາ ໄດ້ຈັດຕັ້ງແຕ່ວັນທີ 27 ເມສາ ຫາວັນທີ 3 ພຶດສະພາ ດ້ວຍຫຼາຍເຫດການວັດທະນະທຳ, ກິລາ ແລະທ່ອງທ່ຽວ ຢູ່ນະຄອນດ່າລາດ, ນະຄອນບາວລົກ ແລະ ເມືອງຕ່າງໆຂອງແຂວງ. ບັນດາເຫດການດັ່ງກ່າວເພື່ອແນໃສ່ສ້າງບັນດາລາຍການ ແລະຜະລິດຕະພັນທ່ອງທ່ຽວໃໝ່, ເພື່ອກະຕຸກຊຸກຍູ້ຄວາມຕ້ອງການໄປທ່ອງທ່ຽວ, ອະນຸລັກຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ແລະພັດທະນາບັນດາໝູ່ບ້ານອາຊີບພື້ນເມືອງ ຕິດພັນກັບການເຄື່ອນໄຫວທ່ອງທ່ຽວ. ສັບປະດາທ່ອງທ່ຽວໄດ້ແບ່ງອອກເປັນກຸ່ມ: “ການທ່ອງທ່ຽວເຂົ້າຮ່ວມຕົວຈິງ, ວັດທະນະທໍາ ແລະອາຫານການກິນ”; “ການທ່ອງທ່ຽວຊຸມຊົນ” ແລະ “ຄົ້ນຫາດິນແດນທິດໃຕ້ເລິມດົ່ງ”. ໃນນັ້ນ, ມີບາງກິດຈະກຳເຄື່ອນໄຫວທີ່ພົ້ນເດັ່ນຄື: ງານມະໂຫລານວັດທະນະທຳຄ້ອງ, ລາຍການສະແດງສິລະປະພື້ນເມືອງ ແລະຊຸດອາພອນປະຈໍາເຜົ່າ, ວາດພາບງານບຸນຕ່າງໆ... ຜ່ານສັບປະດາທ່ອງທ່ຽວ, ແຂວງເລິມດົ່ງ ປາດຖະໜາຢາກສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະເຄື່ອງໝາຍການທ່ອງທ່ຽວ ດ່າລາດ - ເລິມດົ່ງ ໃນແຜນທີ່ທ່ອງທ່ຽວຫວຽດນາມ ກໍ່ຄືໃນໂລກ.

ໂດຍ: ທູຈາງ