leftcenterrightdel
ການນໍາຄະນະໂຄສະນາສຶກສາສູນກາງພັກ ແລະກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ມອບຫຼຽນຄໍາ ໃຫ້ແກ່ນັກຖ່າຍຮູບຫວຽດນາມ. ພາບ: ຮວ່າງຮວ່າງ

ດ້ວຍ 4 ຫົວຂໍ້: ຄວາມເສລີພາບຂອງສີ, ຄວາມເສລີຂອງສີດຽວ, ເດັກນ້ອຍ, ແນວຄວາມຄິດ, ການປະກວດຮູບພາບສິລະປະສາກົນ ຄັ້ງທີ 12 ປີ 2023 ຢູ່ຫວຽດນາມ ໄດ້ດຶງດູດພາບຖ່າຍເຂົ້າປະກວດ 10.330 ແຜ່ນ ຂອງນັກຖ່າຍຮູບ 1.079 ຄົນ ທີ່ມາຈາກ 32 ປະເທດ ແລະເຂດແຄວ້ນ. ບັນດາພາບຖ່າຍໄດ້ຮັບການຕີລາຄາໂດຍຄະນະກໍາມະການ 4 ຄະນະ ທີ່ມີອິດທິພົນຊື່ສຽງຂອງຫວຽດນາມ ແລະສາກົນ, ແຕ່ລະຄະນະກໍາມະການ ມີກຳມະການສາກົນ 2 ຄົນ ແລະຊາວຫວຽດນາມ 1 ຄົນ, ຮັບປະກັນລັກສະນະພາວະວິໄສ. ຄະນະຈັດຕັ້ງ ໄດ້ມອບ 71 ຫຼຽນ ແລະໃບກິດຕິມະສັກ, ໃນນັ້ນມີຫຼຽນຄໍາ 12 ຫຼຽນ. ນັກຖ່າຍຮູບ André Boto (ປອັກຕູຍການ) ແມ່ນນັກຖ່າຍຮູບດີເດັ່ນທີ່ສຸດ ເມື່ອລາວຍາດໄດ້ຫຼຽນຄໍາ 5 ຫຼຽນ. ງານວາງສະແດງ ດໍາເນີນໄປຮອດວັນທີ 19 ມີນາ ຈຶ່ງອັດລົງ.

ໂດຍ: ທູຈາງ