leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ທຸຍເຟືອງ

ງານວາງສະແດງໄດ້ແນະນຳຮູບພາບ, ເອກະສານ, ປຶ້ມ, ໜັງສືພິມ ແລະວາລະສານ ກວ່າ 1.200 ຢ່າງດ້ວຍຫົວຂໍ້ “ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ - ຂີດໝາຍປະຫວັດສາດ”. ງານວາງສະແດງໄດ້ແບ່ງອອກເປັນ 3 ເນື້ອໃນ, ໃນນັ້ນມີ: “ທັດສະນະ ແລະແນວທາງຂອງພັກກ່ຽວກັບການກໍ່ສ້າງ ແລະພັດທະນາພື້ນຖານວັດທະນະທຳຫວຽດນາມ” ດ້ວຍເອກະສານ 200 ກວ່າຢ່າງກ່ຽວກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍພັດທະນາວັດທະນະທຳ, ສິລະປະຂອງພັກ ແລະລັດຜ່ານແຕ່ລະສະໄໝ; “ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ- ຄຸນຄ່າທິດສະດີ ແລະພຶດຕິກໍາຕົວຈິງ” ດ້ວຍເອກະສານ 600 ກວ່າຢ່າງກ່ຽວກັບວັດທະນະທຳຫວຽດນາມ; “ຂີດໝາຍວັດທະນະທຳຫວຽດນາມ” ດ້ວຍເອກະສານ ແລະວັດຖຸພັນວັດທະນະທຳ ຝູເທາະ 400 ກວ່າຢ່າງ. ງານວາງສະແດງໄດ້ດຳເນີນໄປຮອດທ້າຍເດືອນມີນາ 2023.

ໂດຍ: ທະນາພອນ