ປຸກລະດົມລາຍການຊາວໜຸ່ມໜຶ່ງຄົນມີປຶ້ມຫົວໜຶ່ງເປັນເພື່ອນ
ກປ.ອອນໄລ - ຕອນເຊົ້າວັນທີ 1 ມີນາ, ທີ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ສົມທົບກັບບໍລິສັດຫຸ້ນສ່ວນສຶກສາ ແລະພັດທະນາອາຊີບ BND edu, ບໍລິສັດຫຸ້ນສ່ວນປຶ້ມ Alpha, ບໍລິສັດຫຸ້ນສ່ວນປຶ້ມເອເລັກໂຕນິກ Waka, ບໍລິສັດຄຸ້ມຄອງ Ducapital Holding ຈໍາຈັດ ແລະໂຮງຮຽນມັດທະຍົມ Phenikaa ຈັດຕັ້ງພິທີປຸກລະດົມ "ລາຍການຊາວໜຸ່ມໜຶ່ງຄົນ ມີປຶ້ມຫົວໜຶ່ງເປັນເພື່ອນ" ປີ 2023.
ກ່າວຄໍາເຫັນທີ່ພິທີປຸກລະດົມ, ທ່ານ ຫງວຽນຫາຍມິງ ກໍາມະການຄະນະປະຈໍາ, ຫົວໜ້າຄະນະສາມັກຄີເຕົ້າໂຮມຊາວໜຸ່ມສູນກາງຊາວໜຸ່ມ, ຮອງປະທານຜູ້ປະຈໍາການສູນກາງສະຫະພັນຊາວໜຸ່ມຫວຽດນາມ ຢັ້ງຢືນວ່າ: ປຶ້ມແມ່ນສາງພູມປັນຍາອັນລໍ້າຄ່າທີ່ປະກອບຫຼາຍຄວາມຮູ້ຂອງມວນມະນຸດເຊິ່ງຖອດຖອນມາໄດ້ຜ່ານລຸ້ນຕ່າງໆ, ສ້າງພື້ນຖານຄວາມຮູ້ ແລະພູມປັນຍາຂອງມະນຸດ,... ພິເສດ, ປຶ້ມຊ່ວຍພວກເຮົາຮຽນເອງ, ບຳລຸງລ້ຽງຄວາມໃຝ່ຝັນ, ແມ່ນລູກກະແຈເປີດປະຕູແຫ່ງຄວາມຮູ້ນຳພວກເຮົາເຖິງຜົນສໍາເລັດ.
    |
 |
ຄະນະຈັດຕັ້ງ ມອບລາງວັນໃຫ້ນັກປະພັນທີ່ມີບົດຂຽນດີເລີດ. ພາບ: ເຍີດມິງ |
ທີ່ພິທີປຸກລະດົມລາຍການ ໄດ້ດໍາເນີນການພົບປະແລກປ່ຽນຊຸກຍູ້ວັດທະນະທໍາການອ່ານໃນໄວໜຸ່ມດ້ວຍຫົວຂໍ້ “ແລວຄວາມຮູ້” ເພື່ອໃຫ້ບັນດານັກປາຖະກະຖາແລກປ່ຽນ, ແຜ່ຂະຫຍາຍຄວາມເມົາມົວ, ຄວາມສະອອນໃຈ, ສ້າງສະຕິກ່ຽວກັບການອ່ານປຶ້ມໃຫ້ຊາວໜຸ່ມ, ວິທີການສ້າງຄວາມລື້ງເຄີຍອ່ານປຶ້ມໃນສະພາບການພັດທະນາ ແລະພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ອິນເຕີແນັດ ແລະບັນດາວັດຖຸອຸປະກອນບັນເທິງ...
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ໄດ້ມອບລາງວັນແຂ່ງຂັນທາງອິນເຕີແນັດ “ປຶ້ມພາໃຫ້ຊີວິດປ່ຽນແປງ” ປີ 2022. ການແຂ່ງຂັນໄດ້ປຸກລະດົມແຕ່ ວັນທີ 26 ເມສາ ຮອດວັນທີ 30 ພະຈິກ 2022, ດ້ວຍຄວາມປາດຖະໜາຢາກຄັດເລືອກບັນດາບົດຂຽນດີເລີດທີ່ສຸດ, ແບ່ງປັນປຶ້ມທີ່ມ່ວນ, ມີຄວາມໝາຍ, ເຮັດໃຫ້ຄວາມຮັບຮູ້ ແລະຊີວິດຂອງຜູ້ເຂົ້າຮ່ວມການແຂ່ງຂັນປ່ຽນແປງ. ຄະນະຈັດຕັ້ງ ໄດ້ຮັບບົດຂຽນ 460 ບົດ ຂອງບຸກຄົນທີ່ມາຈາກບັນດາແຂວງ, ນະຄອນທີ່ເຂົ້າຮ່ວມການແຂ່ງຂັນຜ່ານເວັບໄຊ VitanEdu.com.
ໂດຍ: ໄຊນີດາ