leftcenterrightdel
ຜູ້ແທນ ຢ້ຽມຊົມເຂດວາງສະແດງວັດຖຸພັນ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງ ໄດ້ແນະນໍາວັດຖຸພັນ, ຮູບພາບເກືອບ 500 ຢ່າງທີ່ກ່ຽວຂ້ອງເຖິງຮ່ອງຮອຍວັດວາອາຮາມ, ທາດໃນສະໄໝ ລີ້-ເຈິ່ນ ແລະສະໄໝ ເລ-ຫງວຽນ ໃນບໍລິເວນແຂວງບັກຢາງ. ນອກຈາກນີ້, ຄະນະຈັດຕັ້ງ ຍັງແນະນໍາຮູບພາບກ່ຽວກັບວິວັດການຂຸດຄົ້ນບູຮານຄະດີທີ່ເຂດປູຊະນີຍະສະຖານ, ຮ່ອງຮອຍບັນດາກິດຈະກຳເຊື່ອຖື, ສາສະໜາບູຮານ ຕິດພັນກັບ ນິກາຍ ຈຸກເລິມ-ອຽນຕື. ນີ້ແມ່ນຫຼັກຖານວິທະຍາສາດສໍາຄັນແນໃສ່ຮັບໃຊ້ການສ້າງສໍາເນົາເພື່ອຍື່ນສະເໜີອົງການ UNESCO ຮັບຮອງເອົາເຂດປູຊະນີຍະສະຖານ ແລະທັດສະນີຍະພາບອຽນຕື ທີ່ຂຶ້ນກັບ 3 ແຂວງ ກວ໋າງນິງ, ຫາຍເຢືອງ ແລະບັກຢາງ ເປັນມໍລະດົກວັດທະນະທໍາໂລກ.

ໂດຍ: ໄຊຊະນະ