ຫວ່າງແລ້ວນີ້, ທ່ານ Christian Manhart ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດຂອງຫວຽດນາມ ໃນການເຊື່ອມຕໍ່ມໍລະດົກຮູບປະທໍາ ແລະມໍລະດົກນາມມະທໍາ, ໂດຍຢັ້ງຢືນວ່າ ອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາ ສປຊ (UNESCO)   ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອການພັດທະນາຂອງປະເທດຊາດ.

leftcenterrightdel
ທ່ານ Christian Manhart ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Christian Manhart ແລ້ວ, ໜຶ່ງໃນບັນດາທ່າແຮງແກ່ງແຍ້ງກ່ຽວກັບການທ່ອງທ່ຽວຂອງຫວຽດນາມ ແມ່ນມາຈາກພື້ນຖານວັດທະນະທຳ, ທຳມະຊາດທີ່ອຸດົມສົມບູນ ແລະເປັນເອກະລັກສະເພາະ. ປັດຈຸບັນ, ຫວຽດນາມ ມີ 8 ມໍລະດົກທຳມະຊາດໂລກ ແລະ 14 ມໍລະດົກນາມມະທຳ, ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຂອງປະເທດ. ຫວຽດນາມ ປະສົບຜົນສຳເລັດທີ່ສຸດໃນການເຊື່ອມຕໍ່ມໍລະດົກຮູບປະທໍາ ແລະມໍລະດົກນາມມະທໍາ ຄືຈັດຕັ້ງງານບຸນເສື້ອຍາວຢູ່ເຂດທັດສະນີຍະພາບອຽນຕື໊ ໃນເດືອນເມສາ ປີ 2022.

ທ່ານ Christian Manhart ໃຫ້ຮູ້ວ່າ ຄວາມສະດວກອີກຢ່າງແມ່ນເລື່ອງລັດຖະບານຫວຽດນາມ ຮັບຮູ້ຄຸນຄ່າຂອງວັດທະນະທໍາ ແລະມໍລະກົດກັບບົດບາດກໍາລັງໜູນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢ່າງຈະແຈ້ງ. ຫວຽດນາມ ໄດ້ມານະພະຍາຍາມທີ່ສຸດ ເພື່ອຊຸກຍູ້ການທ່ອງທ່ຽວທີ່ອີງໃສ່ວັດທະນະທຳ ແລະອະນຸລັກຮັກສາບັນດາສະຖານທີ່ດ້ານວັດທະນະທຳ ແລະທຳມະຊາດ. ທ່ານ Christian Manhart ກໍ່ສະເໜີໃຫ້ ຫວຽດນາມ ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວໃໝ່ຢ່າງມີຫົວຄິດປະດິດສ້າງ ແລະຍືນຍົງ, ສ່ອງແສງໃຫ້ເຫັນມູນເຊື້ອ ແລະຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກຂອງຕົນ.

ໂດຍ: ທະນາພອນ