leftcenterrightdel
ຜູ້ຕາງໜ້າບັນດາອົງການສື່ມວນຊົນ ເຊັນບົດບັນທຶກຄໍາໝັ້ນສັນຍາປະຕິບັດຂະບວນການແຂ່ງຂັນ. ພາບ: ມີງເຟືອງ.

ພິທີປຸກລະດົມແມ່ນເພື່ອແນໃສ່ຍົກສູງຄວາມຮູ້, ຄວາມຮັບຜິດຊອບຂອງຄະນະພັກ, ອົງການຈັດຕັ້ງພັກ, ການນໍາອົງການສື່ມວນຊົນ, ຜູ້ເຮັດວຽກງານສື່ມວນຊົນ ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສໍາຄັນຂອງວັດທະນະທໍາຕໍ່ການພັດທະນາປະເທດຊາດ, ກໍ່ຄືການພັດທະນາຂອງແຕ່ລະອົງການສື່ມວນຊົນ, ຄຸນຄ່າຂອງບັນດາຜະລິດຕະພັນສື່ມວນຊົນ ແລະຄວາມເປັນກຽດ, ອິດທິພົນຊື່ສຽງຂອງຜູ້ເຮັດວຽກງານສື່ມວນຊົນ.

ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ສ້າງສະພາບແວດລ້ອມວັດທະນະທໍາໃນອົງການສື່ມວນຊົນ, ໂດຍຈຸດສຸມແມ່ນສ້າງອົງການສື່ມວນຊົນວັດທະນະທໍາ,  ຜູ້ເຮັດວຽກງານສື່ມວນຊົນທີ່ມີວັດທະນະທໍາ; ຊຸກຍູ້ ແລະແຜ່ຂະຫຍາຍການຕອບສະໜອງ, ເຂົ້າຮ່ວມທີ່ຕັ້ງໜ້າ, ສ້າງຂະບວນການແຂ່ງຂັນຢ່າງແທດຈິງ ແລະມີຄວາມໝາຍເພື່ອໃຫ້ອົງການສື່ມວນຊົນປະຕິບັດບົດບາດ, ພາລະກໍາຂອງສື່ມວນຊົນປະຕິວັດໃນການຮັກສາ, ສ້າງ ແລະພັດທະນາພື້ນຖານວັດທະນະທໍາຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

ທີ່ພິທີ, ຄະນະຈັດຕັ້ງ ໄດ້ປຸກລະດົມຂະບວນການແຂ່ງຂັນ ແລະປະກາດມາດຖານສ້າງອົງການສື່ມວນຊົນວັດທະນະທໍາ, ຜູ້ເຮັດວຽກງານສື່ມວນຊົນທີ່ມີວັດທະນະທໍາດ້ວຍ 12 ມາດຖານ ເພື່ອເປັນພື້ນຖານໃຫ້ອົງການສື່ມວນຊົນ, ຜູ້ເຮັດວຽກງານສື່ມວນຊົນຕອບສະໜອງ, ຈັດຕັ້ງ , ຜັນຂະຫຍາຍ, ປະຕິບັດ.

ໂດຍ: ທູຈາງ