ເປີດສາກສັບປະດາແມ່ນເຫດການ "ວັນບຸນຊີ້ນງົວ ແລະເຫຼົ້າອະງຸ່ນ ອາກຊັງຕີນ" ຈັດຕັ້ງໃນວັນທີ 23 ພຶດສະພາ, ຢູ່ຮ້ານອາຫານ "Los Fuegos-Argentina Steak & Grill". ນີ້ແມ່ນເຫດການໂຄສະນາອາຫານການກິນ ອາກຊັງຕີນ ໂດຍສະຖານທູດ ອາກຊັງຕີນ ປະຈຳ ຫວຽດນາມ ຈັດຕັ້ງປະຈຳປີ ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ນັບແຕ່ປີ 2014.

leftcenterrightdel
ພາບປະກອບຄັດຈາກ: vietnamnet.vn

ໃນວັນທີ 25 ພຶດສະພາ, ພິທີສະເຫຼີມສະຫຼອງ 212 ປີແຫ່ງວັນປະຕິວັດເດືອນພຶດສະພາ ສໍາເລັດຜົນຂອງປະເທດ ອາກຊັງຕີນ ຈະຈັດຂຶ້ນຢູ່ເຮືອນສ່ວນຕົວຂອງທ່ານເອກອັກຄະລັດຖະທູດອາກຊັງຕີນ ປະຈຳຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການ, ຄະນະ, ຂະແໜງການຂອງຫວຽດນາມ, ອົງການຜູ້ຕາງໜ້າການທູດ ແລະ ບຸກຄົນຈຳນວນໜຶ່ງ, ໝູ່ເພື່ອນໃນທ້ອງຖິ່ນ.

ພິທີປິດ “ສັບປະດາ ອາກຊັງຕີນ ຢູ່ຮ່າໂນ້ຍ ຄັ້ງທີ VII” ຈະແມ່ນງານບຸນ tango ແລະອາຫານການກິນ ອາກຊັງຕີນ  ທີ່ດໍາເນີນໃນວັນທີ 28 ພຶດສະພາ ຢູ່ສວນດອກໄມ້ ຫຼີ໊ຖ໊າຍໂຕ໊. ມະຫາຊົນຈະໄດ້ຮັບຊົມລາຍການສະແດງ tango, ຊົມບັນດາຜະລິດຕະພັນພື້ນເມືອງ, ຮັບປະທານອາຫານ ອາກຊັງຕີນ ຢູ່ທີ່ຮ່າໂນ້ຍ.

ໂດຍ: ທະນາພອນ