leftcenterrightdel
ທ່ານ ຫງວຽນວັນທ້ຽນ ຫົວໜ້າຫ້ອງວ່າການຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ກ່າວຄໍາເຫັນທີ່ກອງປະຊຸມຂ່າວ. ພາບ: ຫວູຢຸຍຮ້ຽນ.

ລາຍການໄດ້ຈັດຕັ້ງແຕ່ວັນທີ 3 ຫາວັນທີ 5 ມິຖຸນາ, ລວມມີບັນດາການເຄື່ອນໄຫວ, ຄື: ການສະແດງສິລະປະວັດທະນະທໍາພື້ນເມືອງແຄ໊ງຮວ່າ “ຍາມກາງຄືນແຫ່ງສີສັນມະຫັດສະຈັນ”; ສະແດງອາພອນສະໄໝ “ສີສັນທະເລ”; ລາຍການສິລະປະ “ຍາຈາງ-ສີສັນສົດໃສ”; ລາຍການດົນຕີ Ocean Holic ຍາຈາງ 2022. ພ້ອມກັນນັ້ນ, ຄະນະຈັດຕັ້ງ ກໍ່ປະດັບປະດາ, ສ້າງຄວາມປະທັບໃຈ, ພົ້ນເດັ່ນຢູ່ສະຖານທີ່ຫຼາຍແຫ່ງເພື່ອໃຫ້ປະຊາຊົນ ແລະນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກຄວາມງາມ, ທີ່ມີຄວາມໝາຍນີ້. ນອກຈາກນັ້ນ, ໃນລະດູຮ້ອນຍັງດໍາເນີນບັນດາເຫດການທີ່ພົ້ນເດັ່ນ, ຄື: ງານບຸນທ່ອງທ່ຽວທະເລ; ງານປະກວດນາງງາມທ່ອງທ່ຽວທະເລຫວຽດນາມ; ງານບຸນກາເຟ; ການແຂ່ງຂັນບານເຕະ, ການແຂ່ງຂັນເຕະກະຕໍ້ຫາດຊາຍ, ການແຂ່ງຂັນມາຣາທອນ...

ໂດຍ: ເຈິ່ນຮວ່ຽນ