ວັນບຸນລວມມີກິດຈະກໍາເຄື່ອນໄຫວຫຼາຍຢ່າງ ຄື: ແຂ່ງຂັນກິລາ, ສະແດງສິລະປະ, ສະແດງຊຸດອາພອນປະຈຳເຜົ່າ, ແນະນໍາວັດທະນະທໍາອາຫານການກິນ, ງານວາງສະແດງຮູບພາບກ່ຽວກັບໝາກຜົນດ້ານເສດຖະກິດ, ວັດທະນະທໍາ, ສັງຄົມຂອງຊົນເຜົ່າຈໍາ ຢູ່ແຂວງອານຢາງ ໃນໄລຍະປ່ຽນແປງໃໝ່ ແລະເຊື່ອມໂຍງ...

leftcenterrightdel
ພາບປະກອບຄັດຈາກ: sovhttdl.angiang.gov.vn.

ທ່ານ ເຈືອງບ໊າຈ້າງ, ຮອງຫົວໜ້າພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງອານຢາງ ໃຫ້ຮູ້ວ່າ ວັນບຸນດັ່ງກ່າວແມ່ນກາລະໂອກາດ ເພື່ອໃຫ້ບັນດານັກສິລະປິນ, ນັກສະແດງ, ນັກກິລາຊົນເຜົ່າຈໍາໃນບໍລິເວນແຂວງ ໄດ້ພົບປະ, ແລກປ່ຽນບົດຮຽນ ແລະເຂົ້າຮ່ວມການເຄື່ອນໄຫວວັດທະນະທໍາ, ກິລາ, ປະກອບສ່ວນອະນຸລັກຮັກສາ, ເຊີດຊູຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ, ພ້ອມທັງໂຄສະນາເຜີຍແຜ່ຄຸນຄ່າວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊົນເຜົ່າຈໍາ ໃນບໍລິເວນ.

ໂດຍ: ທູຈາງ