leftcenterrightdel
ພໍ່ແມ່ປະຊາຊົນ ເລົ່າເລື່ອງກ່ຽວກັບລຸງໂຮ່ ທີ່ແສນເຄົາລົບຮັກ. ພາບ: ຟ້າມເຮືອງ

ບັນດາກິດຈະກໍາດັ່ງກ່າວ ມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນ ຂຶ້ນກັບ 13 ຊົນເຜົ່າຢູ່ໃນແຂວງ, ນະຄອນ, ຄື: ທ໊າຍງວຽນ, ຮ່າໂນ້ຍ, ຮ່າຢາງ, ເຊີນລາ, ຮວ່າບິ່ງ, ເງະອານ, ເທື່ອທຽນເຫວ້, ຢາລາຍ, ກອນຕຸມ, ດັກລັກ, ຊອກຈັງ. ຈຸດພົ້ນເດັ່ນຂອງບັນດາກິດຈະກໍາແມ່ນເຫດການ “ຄວາມຮູ້ສຶກເດືອນພຶດສະພາ - ຄິດຮອດຄິດເຖິງລຸງໂຮ່” ດ້ວຍບັນດາການໂອ້ລົມກ່ຽວກັບແບບຢ່າງລຽບງ່າຍຂອງລຸງໂຮ່, ບັນດາບົດຮຽນຈາກຊີວິດເຄື່ອນໄຫວປະຕິວັດຂອງເພິ່ນ; ລາຍການສະແດງຂັບພື້ນເມືອງ, ຟ້ອນລວມໝູ່; ວາງສະແດງຮູບພາບ, ເອກະສານ, ວັດຖຸພັນກ່ຽວກັບລຸງໂຮ່ ກັບວົງຄະນະຍາດບັນດາເຜົ່າ... ນອກຈາກນັ້ນ ຍັງມີບັນດາລາຍການຊອກຮູ້ຮີດຄອງປະເພນີ, ຈຸດຄວາມງາມວັດທະນະທໍາໃນການດໍາລົງຊີວິດຂອງພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ...

ໂດຍ: ທູຈາງ