leftcenterrightdel
ພາບເສືອຫ້າໂຕ ຮ່າງຈົງ. ພາບ: qdnd.vn.

ນີ້ແມ່ນເຫດການວັດທະນະທໍາຂ່ຳນັບຮັບຕ້ອນບຸນປີໃໝ່ປະຈຳຊາດ ປີຂານ 2022 ໂດຍຫໍພິພິດທະພັນປະຫວັດສາດແຫ່ງຊາດ ສົມທົບກັນເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ແລະນັກສະສົມຂໍ້ມູນບາງທ່ານຈັດຕັ້ງ. ດ້ວຍວັດຖຸພັນ ແລະເອກະສານ, ຮູບພາບ ກວ່າ 30 ຢ່າງທີ່ໄດ້ຮັບການຄັດເລືອກ, ງານວາງສະແດງ “ເສືອໃນວິຈິດສິນເດີມຫວຽດນາມ” ແນະນໍາໃຫ້ຜູ້ຊົມຫຼາຍຜະລິດຕະພັນສິລະປະປະຕິມາກຳຮູບເສືອທີ່ມີສີສັນພິເສດໃນປະຫວັດສາດວິຈິດສິນຫວຽດນາມ. ງານວາງສະແດງຕ້ອນຮັບແຂກເຖິງວັນທີ 31 ສິງຫາ ປີ 2022 ຢູ່ຫໍພິພິດທະພັນປະຫວັດສາດແຫ່ງຊາດ (ເລກທີ 1 ຈ່າງຕຽນ, ຮວ່ານກຽມ, ຮ່າໂນ້ຍ), ຊ່ວຍຜູ້ຊົມຄົ້ນພົບ, ຊອກຮູ້ ແລະຮັບຮູ້ກ່ຽວກັບວັດຖຸ, ຄວາມໝາຍຂອງຮູບເສືອໃນປະຫວັດສາດວັດທະນະທໍາຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.

ໂດຍ: ຈາງຫງວຽນ