ລາຍການສະແດງສິລະປະພິເສດ “ລະດູບານໃໝ່ຢູ່ເຈື່ອງຊາ” ປີ 2022
ກປ.ອອນໄລ - ໃນວັນທີ 15 ມັງກອນ, ລາຍການສະແດງສິລະປະພິເສດ “ລະດູບາໃໝ່ຢູ່ ເຈື່ອງຊາ” ຄັ້ງທີ 10 ປີ 2022 ຈະໄຂຂຶ້ນຢູ່ສູນສິລະປເອົາເກີ; ໂດຍໄດ້ຖ່າຍທອດສົດໃນຊ່ອງ VTV1, ສະຖານີໂທລະພາບຫວຽດນາມ; ຖ່າຍທອດທາງອອນລາຍທາງໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ ແລະຖ່າຍທອດຢູ່ຊ່ອງໂທລະພາບປ້ອງກັນຊາດຫວຽດນາມ.
ລາຍການໂດຍຄະນະໂຄສະນາສຶກສາສູນກາງ, ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ ສົມທົບກັບກອງບັນຊາການເຫຼົ່າທັບເຮືອ ແລະບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງ, ເພື່ອຕອບບຸນແທນຄຸນຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງພະນັກງານ, ນັກຮົບທະຫານເຮືອປະຊາຊົນຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ ແລະເຂດໄຫຼ່ທະວີບຂອງປະເທດຊາດ. ນີ້ກໍ່ແມ່ນສານໂຄສະນາເຜີຍແຜ່ ແລະສຶກສາອົບຮົມຄົນລຸ້ນໜຸ່ມ; ພ້ອມທັງລະດົມກໍາລັງໃຈ ແລະຮັດແໜ້ນສາຍພົວພັນລະຫວ່າງທະຫານ - ປະຊາຊົນ ເພື່ອໃຫ້ທະຫານມີຄວາມໝັ້ນໃຈປົກປັກຮັກສາເຂດທະເລ ແລະນ່ານຟ້າສັກກະລະບູຊາຂອງປະເທດຊາດ, ລະດົມຊາວປະມົງໃຫ້ມີຄວາມອຸ່ນອ່ຽນໃຈເມື່ອອອກໄປຫາປາຢູ່ໄກຝັ່ງ.
ໂດຍ: ທະນາພອນ