ນີ້ແມ່ນໜຶ່ງໃນບັນດາເຫດການແນໃສ່ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລັດເຊຍ - ອາຊຽນ (1991-2021).

leftcenterrightdel
ນັກສຶກສາສະແດງບົດເພງສະບາຍດີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງ Ekaterina Koldunova ຮັກສາການຜູ້ອຳນວຍການສູນຄົ້ນຄວ້າອາຊຽນ ຖືວ່າ ທຸກປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ມີພື້ນຖານວັດທະນະທຳທີ່ມີຄວາມຈັບອົກຈັບໃຈເປັນພິເສດ ເຊິ່ງປະຊາຊົນລັດເຊຍ ໄດ້ຮູ້ຈັກພຽງແຕ່ຜ່ານການທ່ອງທ່ຽວເທົ່ານັ້ນ. ນອກຈາກນັ້ນ, ດ້ວຍການຈັດຕັ້ງເຫດການນີ້, ສູນຄົ້ນຄວ້າອາຊຽນ ຈະມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນະທຳ ແລະປະຊາຊົນບັນດາປະເທດອາຊຽນ ຜ່ານດົນຕີ, ສິລະປະ, ຟິມຮູບເງົາ… ຫຼາຍກວ່າອີກ.

ທີ່ເຫດການນີ້, ນັກສຶກສາລັດເຊຍ ແລະຫຼາຍປະເທດໄດ້ສະແດງລາຍການດົນຕີທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງບັນດາປະເທດ ອາຊຽນ, ຄື: ອິນໂດເນເຊຍ, ລາວ ແລະຫວຽດນາມ.

ໂດຍ: ກວຽດເຕິມ