leftcenterrightdel
ງານວາງສະແດງພາບແຕ້ມ “ຄວາມສະເໜ” ຍ້ອງຍໍຄວາມງາມຂອງແມ່ຍິງຫວຽດນາມ. ພາບ: tuoitrethudo.com.vn.

ງານວາງສະແດງໄດ້ແນະນໍາພາບແຕ້ມເກືອບ 20 ແຜ່ນຂອງນັກຈິດຕະກອນຫຼາຍຮຸ່ນຄົນ. ເຊິ່ງປະກອບດ້ວຍຫຼາຍປະເພດ, ຄື: ພາບສີນ້ຳມັນ, ພາບແພໄໝ, ພາບສີນ້ຳ... ພາບແຕ້ມແຕ່ລະແຜ່ນແມ່ນຮູບພາບ, ຮູບແມ່ຍິງໃນຊີວິດປະຈຳວັນ, ຄື: ໄປຕະຫຼາດ, ເຈ່ຍລູກ, ເດັດດອກບົວ, ແສ່ວ, ຍ່າງຫຼິ້ນ... ດ້ວຍວິທີແຕ້ມແບບງ່າຍດາຍ, ສີສົດໃສ. ງານວາງສະແດງຈະດໍາເນີນຮອດວັນທີ 26 ກໍລະກົດ. ຄະນະຈັດຕັ້ງ ຮຽກຮ້ອງຜູ້ມາຊົມຕ້ອງປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ໂດຍ: ເຈິ່ນຮວ່ຽນ