ກິດຈະກຳນີ້ເປັນການເປີດສາກໃຫ້ແກ່ກອງປະຊຸມບັນດາສະຖາບັນສໍາເນົາພາບ-ສຽງອາຊີຕາເວັນອອກສ່ຽງໃຕ້-ປາຊີຟິກ (SEAPAVAA) ຄັ້ງທີ 25 ເຊິ່ງດໍາເນີນໃນລະຫວ່າງວັນທີ 22-27 ມິຖຸນາ, ຢູ່ຮ່າໂນ້ຍ. ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ໂຄສະນາຜົນງານໃນຂົງເຂດສໍາເນົາຮູບເງົາເທົ່ານັ້ນ ຫາກຍັງເປີດກາລະໂອກາດເພີ່ມທະວີການພົບປະແລກປ່ຽນ, ເຊື່ອມຕໍ່ລະຫວ່າງຫົວໜ່ວຍຜະລິດ ແລະສໍາເນົາຮູບເງົາຢູ່ພາຍໃນ ແລະຕ່າງປະເທດ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໂຄສະນາຮູບເງົາ, ຜ່ານນັ້ນໂຄສະນາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ກັບເພື່ອນມິດສາກົນ.

leftcenterrightdel
ຜູ້ຢ້ຽມຊົມງານວາງສະແດງ. ພາບ: qdnd.vn.

ດ້ວຍຄວາມປາດຖະໜາຢາກແນະນໍາຮູບພາບປະເທດຊາດ, ຊາວຫວຽດນາມ  ທີ່ສວຍງາມ, ສະຖາບັນຮູບເງົາຫວຽດນາມ ໄດ້ຈັດຕັ້ງງານວາງສະແດງແນະນໍາຮູບພາບປະມານ 120 ແຜ່ນໃນການຖ່າຍທຳໂດຍນັກສ້າງຮູບເງົາຢູ່ພາຍໃນ ແລະຕ່າງປະເທດປະຕິບັດຢູ່ຫວຽດນາມ. ນີ້ແມ່ນຂໍ້ມູນທີ່ໄດ້ສໍາເນົາຢູ່ສະຖາບັນຮູບເງົາຫວຽດນາມ. ໃນສະພາບທີ່ປະເທດຫວຽດນາມ ພວມມານະພະຍາຍາມປ້ອງກັນ, ຕ້ານພະຍາດໂຄວິດ-19, ຄະນະຈັດຕັ້ງ ຈະເອົາເນື້ອໃນ, ບັນຍາກາດງານວາງສະແດງທັງໝົດລົງທາງອອນລາຍໃນເວັບໄຊຂໍ້ມູນຂ່າວສານເອເລັກໂຕນິກຂອງສະຖາບັນຮູບເງົາຫວຽດນາມ ແລະສື່ສັງຄົມອອນລາຍທາງ Facebook, Youtube.

ໂດຍ: ເຈິ່ນຮວ່ຽນ