ນີ້ແມ່ນຄັ້ງທໍາອິດທີ່ງານບຸນອາຫານການກິນໄດ້ຈັດຂຶ້ນກາງແຈ້ງຢູ່ນະຄອນຫຼວງປາຣີ ເຕັມໄປດ້ວຍລົດຊາດຂອງຫວຽດນາມ, ພາຍຫຼັງອຳນາດການປົກຄອງຝະລັ່ງ ຍົກເລີກມາດຕະການເວັ້ນໄລຍະຫ່າງທາງສັງຄົມໃນສະພາບພະຍາດໂຄວິດ-19 ຄ່ອຍໄດ້ຮັບການຄວບຄຸມ.

leftcenterrightdel
ເຍື່ອງອາຫານຂອງຫວຽດນາມ ໄດ້ແນະນໍາຢູ່ເຫດການ. ພາບ: baoquocte.vn.

ດ້ວຍຫົວຂໍ້ “ຕະຫຼາດອາຫານການກິນ-ພູມພາບຍຸກປະຈຸບັນ”, ງານຕະຫຼາດນັດອາຫານການກິນດຶງດູດການເຂົ້າຮ່ວມຂອງ 25 ສະມາຄົມ,​ ຄະນະ ແລະວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ ຝະລັ່ງ, ໄດ້ຮັບຄວາມສົນໃຈຈາກປະຊາຊົນຝະລັ່ງ ກໍ່ຄືພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ຝະລັ່ງ. ທີ່ງານບຸນ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຊິມອາຫານທີ່ເປັນເອກະລັກສະເພາະຂອງຫວຽດນາມ, ຄື: ແນມດິບ, ແນມຈືນ... ເທົ່ານັ້ນ ຫາກຍັງໄດ້ຄົ້ນຫາວັດທະນະທໍາຜ່ານລາຍການສະແດງຂອງນັກສິລະປິນຊາວຫວຽດນາມ ອາໄສຢູ່ ຝະລັ່ງ. ພິເສດ, ທີ່ງານບຸນຄັ້ງນີ້, ວິສາຫະກິດແທັງບີ່ງ Jeune ຍັງໄດ້ແນະນໍາໝາກລິນຈີ່ງວດທຳອິດຂອງຫວຽດນາມ ທີ່ຕິດສະແຕມແຫຼ່ງກຳເນີດ itrace247 ຂອງກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ນໍາເຂົ້າຢູ່ຝະລັ່ງ ເປັນຄັ້ງທຳອິດ.

ໂດຍ: ເຈິ່ນຮວ່ຽນ