ງານວາງສະແດງໄດ້ແນະນໍາຮູບພາບ ແລະເອກະສານກວ່າ 200 ຢ່າງດ້ວຍ 3 ຫົວຂໍ້: “ປະທານໂຮ່ຈີມິນ ກັບການເລືອກຕັ້ງທົ່ວປະເທດຄັ້ງທໍາອິດ”; “ສະພາແຫ່ງຊາດຫວຽດນາມ-ບັນດາໄລຍະທາງປະຫວັດສາດ”; “ກໍາລັງປະກອບອາວຸດທະຫານເຂດ 7 ດຳລົງຊີວິດ ແລະປະຕິບັດຕາມລັດຖະທໍາມະນູນ ແລະກົດໝາຍ”. 

leftcenterrightdel
ພິທີຕັດແຖບຜ້າໄຂງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງໄດ້ແນະນໍາຮູບພາບ, ເອກະສານທີ່ກ່ຽວຂ້ອງເຖິງປະຫວັດສາດແຫ່ງການສ້າງຕັ້ງສະພາແຫ່ງຊາດຫວຽດນາມ; ການເລືອກຕັ້ງທົ່ວປະເທດຄັ້ງທໍາອິດໃນວັນທີ 6 ມັງກອນ 1946; ໄລຍະທາງ 75 ປີແຫ່ງການສ້າງຕັ້ງ ແລະພັດທະນາຂອງສະພາແຫ່ງຊາດດ້ວຍຖານະແມ່ນອົງການສິດອຳນາດສູງສຸດຂອງລັດ; ບົດບາດຊີ້ນໍານໍາພາອັນສະຫຼາດສ່ອງໃສຂອງປະທານໂຮ່ຈີມິນ ດ້ວຍການກຳເນີດ, ພັດທະນາຂອງສະພາແຫ່ງຊາດຫວຽດນາມ.

ງານວາງສະແດງໄດ້ຊ່ວຍໃຫ້ພະນັກງານ, ນັກຮົບ, ປະຊາຊົນ ແລະຜູ້ຊົມມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບຈຸດປະສົ່ງ, ຄວາມໝາຍ, ຄວາມສໍາຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026, ພ້ອມທັງກໍາແໜ້ນກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນປີ 2015. ງານວາງສະແດງຈະດໍາເນີນຮອດທ້າຍເດືອນພຶດສະພາ 2021.

ໂດຍ: ກວຽດເຕິມ