leftcenterrightdel
ພາບສີຂັດມັນ "ວັດໄທ່". ພາບ: ໂງແທັ່ງເຍິນ.

ງານວາງສະແດງແນະນໍາພາບສີຂັດມັນໃໝ່ 83 ແຜ່ນຂອງຈິດຕະກອນ 83 ຄົນເຊິ່ງແມ່ນສະມາຊິກສະມາຄົມວິຈິດສິນຫວຽດນາມ. ບັນດາພາບສີຂັດມັນທີ່ເຂົ້າຮ່ວມງານວາງສະແດງສ່ວນຫຼາຍສະແດງໃຫ້ເຫັນຄວາມງາມຂອງປະເທດຊາດ, ຊາວຫວຽດນາມ ດ້ວຍຫຼາຍແບບວິທີ. ເປັນໜ້າເອົາໃຈໃສ່, ທີ່ງານວາງສະແດງຄັ້ງນີ້ມີຫຼາຍພາບສີຂັດມັນສະແດງໃຫ້ເຫັນຫົວຄິດປະດິດສ້າງ, ແບບວິທີໃໝ່, ສ້າງຄວາມຮັ່ງມີຕື່ມອີກໃຫ້ການປະດິດພາບສີຂັດມັນໃນຂະແໜງວິຈິດສິນຫວຽດນາມ. ງານວາງສະແດງຈະດໍາເນີນຮອດວັນທີ 7 ພຶດສະພາ. ໃນສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ຄະນະຈັດຕັ້ງຮຽກຮ້ອງໃຫ້ຜູ້ຊົມປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.

ໂດຍ: ເຈິ່ນຮວ່ຽນ