“ຄວາມເອກອ້າງທະນົງໃຈຕໍ່ເສັ້ນຊາຍແດນ” ແມ່ນຫົວຂໍ້ຂອງງານວາງສະແດງຮູບພາບທີ່ໄຂຂຶ້ນໃນຕອນເຊົ້າວັນທີ 26 ເມສາ, ຢູ່ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2021) ແລະ 135 ປີແຫ່ງວັນກຳມະກອນສາກົນ (1-5-1886 / 1-5-2021).

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງໄດ້ແນະນໍາຮູບພາບ 196 ແຜ່ນ. ບັນດາຮູບພາບຢູ່ງານວາງສະແດງໄດ້ວາດພາບຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ ແລະຊາວຫວຽດນາມ ຢູ່ເຂດຊາຍແດນທາງບົກຂອງປະເທດຊາດ; ສ່ອງແສງບັນດາຈຸດທີ່ເປັນເອກະລັກສະເພາະໃນການດຳລົງຊີວິດ, ການອອກແຮງງານທຳການຜະລິດຢ່າງຊື່ຕົງ ແລະມີຊີວິດຊີວາ; ບັນດາກິດຈະກຳ, ງານບຸນວັດທະນະທໍາ, ບັນດາການເຄື່ອນໄຫວ, ວຽກງານທີ່ງ່າຍດາຍເຊິ່ງມີຄວາມໝາຍຂອງບັນດາກໍາລັງທີ່ພວມຮັກສາ, ປົກປັກຮັກສາຊາຍແດນຂອງປະເທດຊາດ...

ນີ້ແມ່ນບັນດາຮູບພາບທີ່ພົ້ນເດັ່ນທີ່ຄັດເລືອກຈາກງານປະກວດຮູບພາບສິລະປະດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຕໍ່ເສັ້ນຊາຍແດນ” ໂດຍຄະນະໂຄສະນາສຶກສາສູນກາງສົມທົບກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ ຈັດຕັ້ງ, ໃນນັ້ນມີຮູບພາບ 21 ແຜ່ນຍາດໄດ້ລາງວັນທີ 1, ລາງວັນທີ 2, ລາງວັນທີ 3 ແລະລາງວັນຊົມເຊີຍ. ງານວາງສະແດງຈະປິດລົງໃນວັນທີ 7 ພຶດສະພາ 2021.

ໂດຍ: ກວຽດເຕິມ