leftcenterrightdel
ງານບຸນທີ່ເປັນມູນເຊື້ອແບັກດັ່ງ. ພາບ: ກວາງທໍ້.

ງານບຸນເພື່ອຢັ້ງຢືນຄວາມໝາຍ ແລະຄຸນຄ່າທາງປະຫວັດສາດຂອງໄຊຊະນະແບັກດັ່ງ ໃນພາລະກິດແຫ່ງການຕໍ່ສູ້ຕ້ານສັດຕູຕ່າງດ້າວ; ສຶກສາອົບຮົມໃຫ້ລຸ້ນໜຸ່ມກ່ຽວກັບຄຸນຄ່າທາງປະຫວັດສາດ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈ. ງານບຸນປີນີ້ໄດ້ຈັດຕັ້ງໃນລະດັບຂັ້ນແຂວງ, ແມ່ນໜຶ່ງໃນ 88 ການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຂອງແຂວງກວ໋າງນີງ ປີ 2021. ງານບຸນຈະດໍາເນີນໄປຮອດວັນທີ 20 ເມສາ ດ້ວຍຫຼາຍກິດຈະກໍາ, ຄື: ໄຂງານບຸນທີ່ເປັນມູນເຊື້ອແບັກດັ່ງ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ແບັກດັ່ງ-ບົດເພງໄຊຂອງຊາດ”, ພິທີແຫ່ຮູບປັ້ນ  ເຈິ່ນຮືງດ້າວ, ບົດສູດຕາມພິທີທີ່ເປັນມູນເຊື້ອ. ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວກະຕຸ້ນການທ່ອງທ່ຽວ, ຄື: ພາແຂກໄປຢ້ຽມຊົມເຂດປູສະນີຍະສະຖານເດີ່ນເສົາ, ງານວາງສະແດງຮູບພາບກ່ຽວກັບສິ່ງລ້ຳຄ່າແຫ່ງຊາດ, ງານວາງສະແດງຂຽນຕົວໜັງສືຈີນ, ການລະຫຼີ້ນພື້ນ​ເມືອງ...

ໂດຍ: ເກື່ອງດັ້ງ