leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: qdnd.vn.

ງານວາງສະແດງໄດ້ແນະນໍາເອກະສານ, ຮູບພາບ, ວັດຖຸພັນດີເດັ່ນ 300 ຢ່າງ, ທີ່ສ່ອງແສງໄລຍະທາງ 90 ປີແຫ່ງການສ້າງສາ ແລະເຕີບໃຫຍ່ຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ເປັນຕົ້ນແມ່ນໄວໜຸ່ມກອງທັບ, ໃນນັ້ນມີວັດຖຸພັນບາງຢ່າງໄດ້ແນະນໍາເຖິງມະຫາຊົນເປັນຄັ້ງທຳອິດ. ຄຽງຂ້າງນັ້ນ, ງານວາງສະແດງໄດ້ແນະນໍາຫຼາຍຮູບແບບ, ຂໍ້ລິເລີ່ມ, ການດັດແປງເຕັກນິກດີເດັ່ນຂອງຊາວໜຸ່ມກອງທັບທີ່ຮັບໃຊ້ວຽກງານຝຶກແອບ, ກຽມພ້ອມສູ້ຮົບໃນໄລຍະ 2015-2020. ງານວາງສະແດງປະກອບສ່ວນປຸກລຸກ ແລະເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຕໍ່ຊາດຂອງລຸ້ນໜຸ່ມ, ສືບຕໍ່ອອກແຮງແຂ່ງຂັນຢ່າງຟົດຟື້ນສົມກັບນາມມະຍົດ “ທະຫານລຸງໂຮ່”.

ງານວາງສະແດງເປີດປະຕູຮອດວັນທີ 5 ເມສາ.

ໂດຍ: ທະນາພອນ