leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ລານແອັງ.

ງານວາງສະແດງໄດ້ແນະນໍາຮູບພາບທີ່ພົ້ນເດັ່ນ 100 ແຜ່ນ, ໃນນັ້ນມີຮູບ 21 ແຜ່ນໄດ້ຮັບລາງວັນໃນການປະກວດຮູບພາບສິລະປະ “ເສັ້ນຊາຍແດນແຫ່ງຄວາມເອກອ້າງທະນົງໃຈ” ທີ່ໄດ້ຈັດຕັ້ງປີ 2020. ບັນດາຮູບພາບທີ່ນຳມາເຂົ້າຮ່ວມງານວາງສະແດງແມ່ນມີລັກສະນະສິລະປະສູງ, ມີຫົວຄິດປະດິດສ້າງ; ມີເນື້ອໃນອຸດົມສົມບູນກ່ຽວກັບຄວາມງາມຂອງປະເທດຊາດ ແລະປະຊາຊົນຢູ່ເຂດຊາຍແດນ. ງານວາງສະແດງຢູ່ຮ່າໂນ້ຍ ແມ່ນກິດຈະກຳເປີດສາກໃຫ້ແກ່ງານວາງສະແດງຄັ້ງຕ່າງໆເຊິ່ງຈະໄດ້ຈັດຂຶ້ນຢູ່ທ້ອງຖິ່ນອື່ນ ເພື່ອສືບຕໍ່ສົ່ງເສີມ, ປຸກລຸກນໍ້າໃຈແຫ່ງຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ຄວາມເອກອ້າງທະນົງໃຈ ແລະຜືນແຜ່ນດິນອັນຄົບຖ້ວນ.

ງານວາງສະແດງຈະດໍາເນີນໄປຮອດວັນທີ 28 ມີນາ ຈຶ່ງອັດລົງ.

ໂດຍ: ເຈິ່ນຮວ່ຽນ