leftcenterrightdel
ພາບປະກອບຄັດຈາກ vietnamnet.vn.

ງານມະໂຫລານໂຄສະນາ, ເຜີຍແຜ່ເຖິງປະຊາຊົນທຸກຊັ້ນວັນນະບັນດາເອກະສານ, ປື້ມ ແລະໜັງສືພິມກ່ຽວກັບຊີວິດ ແລະພາລະກິດການປະຕິວັດຂອງປະທານໂຮ່ຈິມິນ; ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດຂອງເພິ່ນ; ກ່ຽວກັບບົດບາດນຳພາຂອງພັກ ແລະລຸງໂຮ່ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດ. ຜ່ານນັ້ນປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈຕໍ່ກັບພັກ, ລຸງໂຮ່, ປະກອບສ່ວນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນຮຸ່ນໜຸ່ມໃນການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈິມິນ.

ໂດຍ: ແສງເດືອນ