ຕາມນັ້ນແລ້ວ, ແຂວງແຄ໊ງຮວ່າ ສືບຕໍ່ເສີມຂະຫຍາຍບັນດາຜົນງານ ແລະບົດຮຽນໃນການຜັນຂະຫຍາຍກະຕຸ້ນການທ່ອງທ່ຽວ “ຊາວຫວຽດນາມ ໄປທ່ອງທ່ຽວຫວຽດນາມ-ທະເລຍາຈາງ ຮຽກຮ້ອງ”, ສຸມໃສ່ດຶງດູດການເຕີບໂຕຕະຫຼາດພາຍໃນ ແລະຕະຫຼາດສາກົນ ເຊິ່ງແມ່ນຜູ້ອອກແຮງງານຕ່າງປະເທດ, ກຸ່ມນັກຊ່ຽວຊານ, ພະນັກງານການທູດ ພວມຢູ່ຫວຽດນາມ.

leftcenterrightdel
ຫາດຊາຍທະເລ ຮ່ອນເຕິ່ມ, ຍາຈາງ, ແຄ໊ງຮວ່າ. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ຂະແໜງການທ່ອງທ່ຽວແຂວງແຄ໊ງຮວ່າ ຍັງເພີ່ມທະວີການຜັນຂະຫຍາຍການຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງແຄ໊ງຮວ່າ ກັບນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະແຂວງເລິມດົ່ງ; ຮ່ວມມືກັບບັນດາບໍລິສັດການບິນ. ພ້ອມກັນນັ້ນ, ແຂວງແຄ໊ງຮວ່າ ໄດ້ຜັນຂະຫຍາຍວຽກງານໂຄສະນາຜ່ານສື່ມວນຊົນ ແລະດ້ວຍບັນດາມາດຕະການທີ່ເໝາະສົມ, ແທດຈິງ, ເພີ່ມທະວີການໂຄສະນາຫົວຂໍ້ “ຫວຽດນາມ ສະຖານທີ່ປອດໄພ”, ໃນນັ້ນຢັ້ງຢືນແຂວງແຄ໊ງຮວ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ.

ໂດຍ: ເຈິ່ນຮວ່ຽນ