leftcenterrightdel
ຕັດແຖບຜ້າໄຂງານວາງສະແດງ. ພາບ: hoianrt.vn.

ງານວາງສະແດງໄດ້ແນະນໍາຮູບພາບ 22 ແຜ່ນກ່ຽວກັບດອກໄມ້ປະເພດຕ່າງໆຂອງປະເທດໂກລົມບີ ໂດຍນັກຖ່າຍຮູບຄັດຈ້ອນເກັບຮັກສາໄວ້ເພື່ອແນະນໍາກ່ຽວກັບປະເທດ, ປະຊາຊົນ ແລະວັດທະນະທໍາໂກລົມບີ. ງານວາງສະແດງຄາດວ່າຈະດຳເນີນໃນເວລາ 4 ວັນ (ແຕ່ວັນທີ 28-31 ມັງກອນ 2021) ເພື່ອຮັບໃຊ້ປະຊາຊົນໂຮ້ຍອານ ແລະນັກທ່ອງທ່ຽວໄປຢ້ຽມຊົມ. ນີ້ຈະແມ່ນໂອກາດເພື່ອໃຫ້ນະຄອນໂຮ້ຍອານເວົ້າສະເພາະ ແລະແຂວງກວ໋າງນາມເວົ້າລວມ ແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນກັບບັນດາທ້ອງຖິ່ນ, ຄູ່ຮ່ວມມືຂອງປະເທດໂກລົມບີ ທີ່ສວຍງາມ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດກວ່າອີກ.

ໂດຍ: ເຈິ່ນຮວ່ຽນ