ກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ, ຫວຽດນາມ ພວມໄດ້ຮັບການສະເໜີແມ່ນສະຖານທີ່ທ່ອງທ່ຽວອາຫານການກິນແຖວໜ້າໃນໂລກຢູ່ລາງວັນທ່ອງທ່ຽວໂລກ - World Travel Awards (WTA). ນີ້ແມ່ນເທື່ອທໍາອິດທີ່ອາຫານການກິນຫວຽດນາມ ໄດ້ຮັບການຮັບຮອງ ແລະຈົດໃສ່ບັນຊີລາຍຊື່ສະເໜີຈາກລາງວັນທີ່ມີອິດທິພົນຊື່ສຽງໃນໂລກ. 

leftcenterrightdel
ທ່ານ Malcolm Turnbull ນາຍົກລັດຖະມົນຕີອົດສະຕາລີ ກິນເຂົ້າຈີ່ຢູ່ຮ້ານນ້ອຍໃນຖະໜົນເຈິ່ນວັນແທັ່ງ, ນະຄອນດ່ານັ້ງ. ພາບ: baophapluat.vn.

ຫວຽດນາມ ໄດ້ຮັບການສະເໜີໃນ 6 ລາຍການລວມມີ: ສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກໃຫ້ແກ່ຮ່າໂນ້ຍ; ສະຖານທີ່ທ່ອງທ່ຽວອາຫານການກິນແຖວໜ້າໃນໂລກໃຫ້ແກ່ຫວຽດນາມ; ນະຄອນວັດທະນະທໍາແຖວໜ້າໃນໂລກໃຫ້ແກ່ໂຮ້ຍອານ; ສະຖານທີ່ທ່ອງທ່ຽວວັດທະນະທໍາແຖວໜ້າໃນໂລກໃຫ້ແກ່ຫວຽດນາມ; ສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກໃຫ້ແກ່ຫວຽດນາມ ແລະຫົວໜ່ວຍທ່ອງທ່ຽວແຖວໜ້າໃນໂລກໃຫ້ແກ່ກົມໃຫຍ່ທ່ອງທ່ຽວຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ