ງານວາງສະແດງຮູບພາບ “ແມັກຊີໂກ-ຫວຽດນາມ: ບ່ອນເຕົ້າໂຮມແສງຕາ” ຈະດໍາເນີນໃນລະຫວ່າງວັນທີ 25 ກັນຍາ ຫາວັນທີ 25 ຕຸລາ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ (ຖະໜົນ ຫງວຽນວັນຮວຽນ, ເມືອງເກົ່າເຢິ໊ຍ, ຮ່າໂນ້ຍ). ງານວາງສະແດງໂດຍສະຖານທູດ ແມັກຊີໂກ ປະຈໍາ ຫວຽດນາມ ແລະຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ຈັດຕັ້ງ. ນີ້ແມ່ນເຫດການເພື່ອສະເຫຼີມສະຫຼອງວັນຊາດ ແມັກຊີໂກ ຄົບຮອບ 209 ປີ (16-9-1810/16-9-2019) ແລະວັນຊາດຫວຽດນາມ ຄົບຮອບ 74 ປີ (2-9-1945/2-9-2019).

leftcenterrightdel
ບາງຮູບພາບທີ່ຈະແນະນໍາໃນງານວາງສະແດງ. ພາບ: petrotimes.vn.

ງານວາງສະແດງຈະແນະນໍາເຖິງມະຫາຊົນຮູບພາບ 72 ແຜ່ນຂອງນັກຖ່າຍຮູບແມັກຊີໂກ 3 ຄົນ (Sergio Camalich, Eunice Chao, Juan Carlos Duran) ແລະນັກຖ່າຍຮູບຫວຽດນາມ 3 ຄົນ (ຮວ່າງຫາຍທິ້ງ, ລຶວຫວຽດຮຸ່ງ, ຫງວຽນຫວຽດແທັງ). ງານວາງສະແດງຈະຊ່ວຍໃຫ້ມະຫາຊົນຮູ້ສຶກໄດ້ຄວາມສວຍງາມຂອງທິວທັດທໍາມະຊາດ, ປະຊາຊົນ ແລະບັນດາວັດທະນະທໍາທີ່ເປັນເອກະລັກສະເພາະຂອງສອງປະເທດຫວຽດນາມ ແລະແມັກຊີໂກ ກໍ່ຄືການພົວພັນສະໜິດຕິດພັນ, ມິດຕະພາບລະຫວ່າງສອງປະເທດ.

ໂດຍ: ກວຽດເຕິມ