ທີ່ງານບຸນປີນີ້, ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດໄດ້ຮັບຊົມລາຍການສະແດງຕາມທ້ອງຖະໜົນ, ສະແດງໃຫ້ເຫັນບັນດາຄຸນຄ່າຍອດຍິ່ງທີ່ເປັນເອກະລັກສະເພາະໃນວັດທະນະທໍາຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ຈາກນັ້ນແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້ “ຄວາມຍອດຍິ່ງຈາກເທບນິຍາຍ” ເຊິ່ງໄດ້ຈັດຢ່າງລະອຽດລະອໍດ້ວຍການສົມທົບລະຫວ່າງຫົວຄິດປະດິດສ້າງຂອງບັນດານັກສິລະປິນ ແລະເຕັກໂນໂລຢີ 3D mapping ໃນໜ້າຈໍ່ led.

leftcenterrightdel
ລາຍການສະແດງສິລະປະທີ່ພີທີໄຂງານບຸນວັດທະນະທໍາ, ການທ່ອງທ່ຽວເມື່ອງລໍ່ ແລະຄົ້ນຫາທັດສະນີຍະພາບນາຂັ້ນໄດໝູ່ກາງຈ໋າຍ ປີ 2019. ພາບ: nhandan.com.vn.

ງານບຸນວັດທະນະທໍາ, ການທ່ອງທ່ຽວເມື່ອງລໍ່ ແລະຄົ້ນຫາທັດສະນີຍະພາບນາຂັ້ນໄດໝູ່ກາງຈ໋າຍ ແມ່ນຜະລິດຕະພັນວັດທະນະທໍາທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງອຽນບ໊າຍ ໃນຫຼາຍປີຜ່ານມາ. ງານບຸນນີ້ນັບມື້ນັບສ້າງຄວາມດຶງດູດ, ແຜ່ຢ່າງກວ້າງຂວາງຍ້ອນບັນດາຄຸນຄ່າມະນຸດສາດທີ່ເລິກເຊິ່ງ, ບັນດາທິວທັດທີ່ສວຍງາມ, ໃຫຍ່ໂຕມະໂຫຖານ, ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ.

ໂດຍ: ທູຈາງ