ຕາມບັນຊີລາຍຊື່ນີ້, ນອກຈາກໂຮ້ຍອານ ໄດ້ຮັບການເຊີດຊູຈາກ CNN ຢືນອັນດັບທີ 1, ຍັງມີ 13 ນະຄອນອື່ນ, ຄື: Yufuin (ຍີ່ປຸ່ນ), George Town (ມາເລເຊຍ), Vigan (ຟີລິບປິນ), ຫຼວງພະບາງ (ລາວ), Kampot (ກໍາປູເຈຍ), Kota Gede (ອິນໂດເນເຊຍ), Galle (ສີລັງກາ), Zhouzhuang (ຈີນ), Mawlynnong (ອິນ​ເດຍ), Ghandruk (ເນປານ), Sai Kung (ຮົ່ງກົງ) ແລະສຸດທ້າຍແມ່ນ ພູແກັດ (ໄທ).

leftcenterrightdel
ມູມໜຶ່ງຢູ່ໂຮ້ຍອານ. ພາບ: CNN.

ໂດຍຕັ້ງຢູ່ຍ່ານໃຕ້ແມ່ນໍ້າທູບົ່ນ, ຕົວເມືອງເກົ່າໂຮ້ຍອານ ເຄີຍໄດ້ຮັບການຮັບຮອງຈາກ ຢູແນັສໂກ ວ່າເປັນມໍລະດົກໂລກໃນປີ 1999.

ແຫ່ງນີ້ພົ້ນເດັ່ນແມ່ນເຂດດິນຍັງຄົງຮັກສາຮ່ອງຮອຍຂອງການປະສົມປະສານລະຫວ່າງວັດທະນະທໍາຕາເວັນອອກ-ຕາເວັນຕົກດ້ວຍບັນດາສະມາຄົມ, ວັດວາອາຮາມ-ວິຫານ-ຫໍບູຊາຂອງຄົນຈີນ ຫຼື ຍີ່ປຸ່ນ, ຄຽງຂ້າງບັນດາເຮືອນຂອງຄົນຫວຽດນາມ ຍັງມີເຮືອນທີ່ປຸກສ້າງຕາມແບບສະຖາປັດຕະຍະກໍາຂອງຝະລັ່ງອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ