ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໂດຍຫໍພິພິທະພັນວິຈິດສິນຫວຽດນາມ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ (1969-2019) ແລະອວຍພອນ 74 ປີແຫ່ງວັນສະຖາປະນາປະເທດ ສສ. ຫວຽດນາມ (2-9-1945/2-9-2019).
ງານວາງສະແດງແນະນໍາເຖິງຜູ້ຊົມ 50 ຜະລິດຕະພັນສິລະປະ, ດ້ວຍຫຼາຍປະເພດ, ຄື: ຮູບແຕ້ມ, ຮູບແກະສະຫຼັກ, ປ້າຍໂຄສະນາຂອງບັນດານັກຈິດຕະກຳ, ນັກແກະສະຫຼັກຮຸ່ນຕ່າງໆທີ່ປະດິດກ່ອນ ແລະພາຍຫຼັງມີຄໍາພິໄນກໍາຂອງປະທານໂຮ່ຈີມິນ. ນີ້ແມ່ນອາລົມຈິດຂອງຫໍພິພິທະພັນວິຈິດສິນຫວຽດນາມ ຕໍ່ຜູ້ນໍາທີ່ປີຊາສາມາດຂອງປະເທດຊາດ, ປະກອບສ່ວນຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ.
ໂດຍ: ຈາງຫງວຽນ
Type the code from the image