ງານວາງສະແດງແມ່ນແນໃສ່ທົບທວນຄືນ, ຢືນຢັນຄຸນຄ່າທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງຂອງຄໍາພິໄນກໍາ; ສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິນ; ຕີລາຄາ ແລະສະຫຼຸບບັນດາຜົນງານ, ບົດຮຽນໃນການປະຕິບັດຄໍາພິໄນກໍາຂອງເພິ່ນ.

leftcenterrightdel
ລາຍລັກ​ອັກສອນຄໍາພິໄນກໍາຂອງປະທານໂຮ່ຈີມິນ. ພາບ: qdnd.vn.
leftcenterrightdel
ຮ້ານວາງສະແດງປື້ມ “ຮໍ່າຮຽນ ແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ”. ພາບ: qdnd.vn.
leftcenterrightdel
 
leftcenterrightdel
ປື້ມກ່ຽວກັບປະທານໂຮ່ຈີມິນ ໄດ້ນຳມາວາງສະແດງຢູ່ງານວາງສະແດງ. ພາບ: qdnd.vn.

ງານວາງສະແດງໄດ້ວາງສະແດງຕາມ 4 ເນື້ອໃນ, ລວມມີ: “ປະທານໂຮ່ຈີມິນ: ຊີວິດ-ພາລະກິດ”; “ຄໍາພິໄນກໍາຂອງປະທານ ໂຮ່ຈີມິນ: ເນື້ອໃນ, ຄວາມໝາຍ ແລະຄຸນຄ່າດ້ານປະຫວັດສາດ”; “ຜົນງານພາຍຫຼັງ 50 ປີແຫ່ງການປະຕິບັດຄໍາພິໄນກໍາຂອງ ປະທານໂຮ່ຈີມິນ”; ຮໍ່າຮຽນ ແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ. ດ້ວຍເອກະສານດີເດັ່ນກວ່າ 700 ຢ່າງ, ງານວາງສະແດງໄດ້ແນະນໍາກ່ຽວກັບຊີວິດ, ພາລະກິດປະຕິວັດ, ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ. ງານວາງສະແດງຈະດໍາເນີນໄປຮອດວັນທີ 20 ກັນຍາ ຈຶ່ງອັດລົງ.

ໂດຍ: ຄໍາແພງ