ລາຍການມີການເຂົ້າຮ່ວມຂອງຜູ້ແທນ, ນັກສິລະປິນ, ນັກສະແດງ... ເປັນຈໍານວນຫຼວງຫຼາຍທີ່ມາຈາກ 7 ແຂວງຢູ່ເຂດຕາເວັນຕົກສ່ຽງເໜືອ, ລວມມີ: ເຊີນລາ, ດ້ຽນບຽນ, ລາວກາຍ, ລາຍເຈົາ, ອຽນບ໊າຍ, ຮວ່າບິ່ງ, ຝູເທາະ.

leftcenterrightdel
ລາຍການເຕັ້ນສາກຂອງບັນດານັກສິລະປິນທີ່ມາຈາກແຂວງເຊີນລາ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງສິລະປະກ່ຽວກັບວັດທະນະທໍາ-ການທ່ອງທ່ຽວ ດ້ວຍຫົວຂໍ້ “ສີສັນເຂດຕາເວັນຕົກສ່ຽງເໜືອ” ໄດ້ວາງສະແດງຮູບພາບ 280 ແຜ່ນ ເຊິ່ງສະແດງໃຫ້ເຫັນຄວາມງາມຂອງທໍາມະຊາດ, ມະນຸດ, ສີສັນວັດທະນະທໍາ, ບັນດາຄຸນຄ່າວັດທະນະທໍານາມມະທໍາ ແລະຮູບປະທໍາຂອງວົງຄະນະຍາດບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ. ໄປພ້ອມກັບການເຄື່ອນໄຫວໄຂງານວາງສະແດງຮູບພາບແມ່ນການໄຂງານວາງສະແດງວົງຄະນະຍາດບັນດາເຜົ່າຢູ່ເຂດຕາເວັນຕົກສ່ຽງເໜືອ  ດ້ວຍສະຖານທີ່ວາງສະແດງ, ແນະນໍາບັນດາຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງວົງຄະນະຍາດບັນດາເຜົ່າຢູ່ 7 ແຂວງທີ່ເຂົ້າຮ່ວມວັນບຸນ.

ໂດຍ: ທູຈາງ