ນີ້ແມ່ນຄັ້ງທີ 3 ທີ່ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານບຸນ Vesak ສະຫະປະຊາຊາດຢ່າງເປັນທາງການ. ດ້ວຍຫົວຂໍ້ວ່າ: “ວິທີການສຳຜັດຂອງພຸດທະສາສະໜາກ່ຽວກັບການນຳພາທົ່ວໂລກ ແລະຄວາມຮັບຜິດຊອບພ້ອມກັນແບ່ງປັນເພື່ອສັງຄົມທີ່ໝັ້ນຄົງ”, ງານບຸນ Vesak ປີ 2019 ແມ່ນເຫດການພົວພັນຕ່າງປະເທດທີ່ສໍາຄັນ, ປະກອບສ່ວນຍົກສູງບົດບາດຂອງພຸດທະສາສະໜາຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ; ຢ້ັງຢືນຖານະບົດບາດ, ຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບບັນດາການເຄື່ອນໄຫວຂອງສະຫະປະຊາຊາດໃນທຸກຂົງເຂດ.
ງານບຸນ Vesak ປີ 2019 ຈະດໍາເນີນໃນລະຫວ່າງວັນທີ 12-14 ພຶດສະພາ ຢູ່ສູນວັດທະນະທໍາພຸດທະສາສະໜາວັດຕາມຈຸກ (ຕາແສງບາຊາວ, ເມືອງກິມບ໋າງ, ແຂວງຮ່ານາມ). ງານບຸນຈະດໍາເນີນການເຄື່ອນໄຫວທີ່ພົ້ນເດັ່ນຈໍານວນໜຶ່ງ ຄື: ງານວາງສະແດງຮູບພາບວັດມໍລະດົກຂອງໂລກ ແລະຂອງຫວຽດນາມ; ງານວາງສະແດງວັດຖຸບູຮານພຸດທະສາສະໜາ…
ໂດຍ: ຈາງຫງວຽນ
Type the code from the image