ງານວາງສະແດງຫົວເລື່ອງສະເພາະ "ຄວາມງາມຂອງແມ່ຍິງ"
ກປ.ອອນໄລ - ຢູ່ຫໍພິພິທະພັນວິຈິດສິນ ດ່າໜັງ (ເລກທີ 78 ຖະໜົນ ເລຢວນ, ນະຄອນ ດ່າໜັງ) ໄດ້ດໍາເນີນງານວາງສະແດງຫົວເລື່ອງສະເພາະ "ຄວາມງາມຂອງແມ່ຍິງ" ດ້ວຍຮູບແຕ້ມ 32 ແຜ່ນ ໃນຊຸດພາບແຕ້ມ “Houei” ໂດຍທ່ານ Toyokichi Itoh, ຜູ້ຕາງໜ້າໃຫ້ບໍລິສັດ Sun Lease Co.,Ltd (ຍີ່ປຸ່ນ) ມອບໃຫ້.
ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ແລະມີຄວາມໝາຍເພື່ອສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ ແລະວັນແຫ່ງຄວາມຜາສຸກສາກົນ (ວັນທີ 20 ມີນາ), ຜ່ານນັ້ນສະແດງໃຫ້ເຫັນຄຸນຄ່າອັນສູງສົ່ງ ແລະຮູບພາບແມ່ຍິງຫວຽດນາມ ຜ່ານແຕ່ລະໄລຍະປະຫວັດສາດ.
    |
 |
ປະຊາຊົນ ແລະນັກທ່ອງທ່ຽວຢ້ຽມຊົມ, ຊອກຮູ້ບັນດາພາບແຕ້ມທີ່ຫໍພິພິທະພັນວິຈິດສິນ ດ່າໜັງ. ພາບ: qdnd.vn |
ງານວາງສະແດງວາດພາບຮູບພາບແມ່ຍິງຢ່າງຈິງຈັງ, ມີຊີວິດຊີວາຜ່ານແຕ່ລະພາບແຕ້ມ, ດຶງດູດປະຊາຊົນ ແລະນັກທ່ອງທ່ຽວມາຊົມເປັນຈຳນວນຫຼວງຫຼາຍ.
    |
 |
ຮູບພາບນາງສາວສວຍງາມ ໃນງານບຸນ, ການເຄື່ອໄຫວດ້ານສາສະໜາ. ພາບ: qdnd.vn |
ນາງ ຫງວຽນທິຮ່ຽນ (ອາຍຸ 22 ປີ, ນັກທ່ອງທ່ຽວທີ່ມາຈາກນະຄອນ ໂຮ່ຈີມິນ) ແບ່ງປັນວ່າ: “ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາຮັບຊົມງານວາງສະແດງ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບັນດາຮູບແຕ້ມທີ່ວາດພາບຄວາມງາມແບບອ່ອນໂຍນ ຂອງແມ່ຍິງຫວຽດນາມ. ພິເສດ, ຮູບແຕ້ມ “ແມ່ຍິງ (ປີ 1992)” ຂອງນັກປະພັນ ຕູຢວຽນ ເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ຄວາມລຽບງ່າຍໃນຊຸດອາພອນ, ຄວາມງາມອ່ອນໂຍນຂອງແມ່ຍິງຫວຽດນາມ”.
    |
 |
ບັນດານັກຮຽນ, ນັກສຶກສາຖ່າຍຮູບເພື່ອບັນທຶກໄລຍະເວລາທີ່ໜ້າຈົດຈຳຢູ່ງານວາງສະແດງ. ພາບ: qdnd.vn |
ງານວາງສະແດງຫົວເລື່ອງສະເພາະ "ຄວາມງາມຂອງແມ່ຍິງ" ດຳເນີນໄປແຕ່ວັນທີ 3 ຫາວັນທີ 21 ມີນາ ຈຶ່ງອັດລົງ.
ໂດຍ: ທູຈາງ