ຕາມຄະນະກຳມະການປະຊາຊົນແຂວງດັກລັກ ແລ້ວ, ງານຕະຫຼາດນັດວາງສະແດງ ກາເຟ ແລະ ຜະລິດຕະພັນ OCOP ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍຂອງງານເທດສະການ ກາເຟ ບວນມາທວດ ຄັ້ງທີ 9 ປີ 2025.

ໂດຍດຳເນີນແຕ່ວັນທີ 9-13 ມີນາ, ງານຕະຫຼາດນັດວາງສະແດງ ໄດ້ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງ 435 ຮ້ານ ທີ່ມາຈາກ 180  ຫົວໜ່ວຍ ແລະ ວິສາຫະກິດ ທີ່ຢູ່ພາຍໃນ ແລະຕ່າງປະເທດ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດງານຕະຫຼາດນັດວາງສະແດງ ກາເຟ. ພາບ: qdnd.vn

ການຈັດງານຕະຫຼາດນັດວາງສະແດງຄັ້ງນີ້ແມ່ນເພື່ອແນໃສ່ໂຄສະນາ ແລະເຊີດຊູເຄື່ອງໝາຍການຄ້າກາເຟ ຂອງຫວຽດນາມ ເວົ້າລວມ,  ກາເຟ ຂອງແຂວງດັກລັກ ເວົ້າສະເພາະ; ພ້ອມກັນນັ້ນ, ແມ່ນສົ່ງເສີມການລົງທຶນ, ເຊື່ອມຕໍ່ການແລກປ່ຽນການຄ້າ, ປະກອບສ່ວນສ້າງນະຄອນ ບວນມາທວດ ໃຫ້ກາຍເປັນ “ນະຄອນກາເຟຂອງໂລກ”.

ກ່າວຄຳເຫັນທີ່ພິທີເປີດງານຕະຫຼາດນັດວາງສະແດງ, ທ່ານ ເຈືອງກົງທ໊າຍ, ຮອງປະທານຄະນະກຳມະການປະຊາຊົນແຂວງດັກລັກ ເນັ້ນໜັກວ່າ: ງານຕະຫຼາດນັດວາງສະແດງ ກາເຟ ແລະ ຜະລິດຕະພັນ OCOP ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນ ແນະນຳບັນດາຜະລິດຕະພັນກາເຟ ແລະຜະລິດຕະພັນ OCOP; ພ້ອມກັນນັ້ນ, ກໍເປັນການສ້າງເງື່ອນໄຂໃຫ້ວິສາຫະກິດ ແລະນັກລົງທຶນ ໄດ້ພົບປະ, ແລກປ່ຽນບົດຮຽນ, ເປີດກວ້າງການຮ່ວມມື ແລະຮ່ວມສໍາພັນພັດທະນາ.

leftcenterrightdel
ນັກທ່ອງທ່ຽວ ຢ້ຽມຊົມງານຕະຫຼາດນັດວາງສະແດງ. ພາບ: qdnd.vn

ຜ່ານການເຄື່ອນໄຫວແລກປ່ຽນ ແລະເຊື່ອມໂຍງ, ງານຕະຫຼາດນັດວາງສະແດງຈະປະກອບສ່ວນໂຄສະນາຮູບພາບນະຄອນບວນມາທວດ ດ້ວຍເຄື່ອງໝາຍກາເຟທີ່ມີຊື່ສຽງ; ຢັ້ງຢືນສະຖານທີ່ທີ່ດຶງດູດ, ແນະນຳຄວາມສາມາດບ່ົມຊ້ອນດ້ານການທ່ອງທ່ຽວ, ສົ່ງເສີມການລົງທຶນໃນຂົງເຂດກາເຟ ແລະ ຜະລິດຕະພັນກະເສດ.

ບັນດາການເຄື່ອນໄຫວທີ່ດໍາເນີນໃນງານຕະຫຼາດນັດວາງສະແດງ ຍັງແມ່ນໂອກາດເພື່ອໃຫ້ວິສາຫະກິດ ແລະຊາວກະສິກອນອັບເດດທ່າອ່ຽງໃໝ່,  ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ສະໜິດຕິດພັນລະຫວ່າງການອະນຸລັກຮັກສາຊັບພະຍາກອນທຳມະຊາດ ກັບການພັດທະນາເສດຖະກິດ.

ໂດຍ: ທູຈາງ