ສັບປະດາວັດທະນະທຳ, ກິລາ ແລະການທ່ອງທ່ຽວ ກວິ່ງຍາຍ ໄດ້ຈັດຂຶ້ນຢ່າງມີຄວາມປະທັບໃຈ
ຕອນຄ່ຳວັນທີ 7 ກຸມພາ, ຢູ່ເມືອງກວິ່ງຍາຍ, ແຂວງເຊີນລາ ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳ, ກິລາ ແລະການທ່ອງທ່ຽວເມືອງ ກວິ່ງຍາຍ ປີ 2025.
    |
 |
ລາຍການສະແດງສິລະປະພົ້ນເດັ່ນທີ່ມີຫົວຂໍ້ “ກວິ່ງຍາຍ - ສະຫວ່າງສະເຫວີຍເຂດມໍລະດົກ”. ພາບ: VOV.VN |
ພິທີໄຂດ້ວຍລາຍການສະແດງສິລະປະພົ້ນເດັ່ນທີ່ມີຫົວຂໍ້ “ກວິ່ງຍາຍ - ສະຫວ່າງສະເຫວີຍເຂດມໍລະດົກ”, ດ້ວຍການເຂົ້າຮ່ວມຂອງນັກຮ້ອງ, ນັກສະແດງ, ນັກສິລະປະ, ຖັນແຖວສິລະປະມະຫາຊົນເປັນຈຳນວນຫຼວງຫຼາຍ. ທ່ານນາງ ເລື່ອງທິຢວຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ, ຮອງຫົວໜ້າຄະນະຈັດຕັ້ງສັບປະດາວັດທະນະທຳ, ກິລາ ແລະການທ່ອງທ່ຽວ ເມືອງ ກວິ່ງຍາຍ ໃຫ້ຮູ້ວ່າ:
ຜ່ານສັບປະດາວັດທະນະທຳ, ກິລາ ແລະການທ່ອງທ່ຽວ, ເມືອງ ໂຄສະນາບັນດາສີສັນວັດທະນະທຳບັນດາເຜົ່າໃນບໍລິເວນເມືອງ. ຜ່ານນັ້ນ ກໍ່ຢາກໂຄສະນາກ່ຽວກັບພາບພົດການທ່ອງທ່ຽວໄປຍັງແຂກທ່ອງທ່ຽວ, ຈາກນັ້ນແຂກທ່ອງທ່ຽວຈະຮູ້ຈັກເຖິງເມືອງ ກວິ່ງຍາຍ ຫຼາຍກວ່າ.
ສັບປະດາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເມືອງ ກວິ່ງຍາຍ ດຳເນີນແຕ່ວັນທີ 7 ກຸມພາ ຫາວັນທີ 9 ກຸມພາ ເຊິ່ງມີຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວທີ່ພົ້ນເດັ່ນ.
ແຫຼ່ງຄັດຈາກ: vovworld.vn