ໄຂງານບຸນລະດູບານໃໝ່ ອຽນຕື້ 2025
ກປ.ອອນໄລ - ຕອນເຊົ້າວັນທີ 7 ກຸມພາ (ກົງກັບວັນທີ 10 ເດືອນຈຽງ ປີມະເສັງ 2025), ທີ່ສູນວັດທະນະທໍາ ຈຸກເລິມ ອຽນຕື້, ຕາແສງ ເທື້ອງອຽນກົງ, ນະຄອນ ອວງບີ້, ແຂວງກວ໋າງນິງ ໄດ້ຈັດພິທີໄຂງານບຸນລະດູບານໃໝ່ ອຽນຕື້ 2025.
ພິທີໄຂງານບຸນ ອຽນຕື້ ແມ່ນການເຄື່ອນໄຫວວັດທະນະທໍາປະຈໍາປີທີ່ເປີດສາກໃຫ້ແກ່ງານບຸນລະດູບານໃໝ່ໃນເວລາ 3 ເດືອນ, ເພື່ອຮັບໃຊ້ຄວາມຕ້ອງການດ້ານວັດທະນະທໍາຈິດໃຈຂອງປະຊາຊົນ; ພ້ອມທັງປະກອບສ່ວນອະນຸລັກຮັກສາ, ເຊີດຊູ ແລະເສີມຂະຫຍາຍຄຸນຄ່າວັດທະນະທໍາປະຫວັດສາດຂອງເຂດປູຊະນີຍະສະຖານ ອຽນຕື້.
    |
 |
ການສະແດງສິລະປະ ທີ່ງານບຸນລະດູບານໃໝ່ ອຽນຕື້ 2025. ພາບ: ແທັງບິ່ງ |
ທ່ານ ຟ້າມຕ໊ວນດາດ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ, ປະທານຄະນະກໍາມະການປະຊາຊົນນະຄອນ ອວງບີ້ ໃຫ້ຮູ້ວ່າ: “ໃນຊຸມປີຜ່ານມາ, ແຂວງກວ໋າງນິງ ໄດ້ເປັນເຈົ້າການສົມທົບກັບແຂວງບັກຢາງ, ແຂວງຫາຍເຢືອງ ສ້າງ ແລະປັບປຸງສໍາເນົາເອກະສານວິທະຍາສາດ “ກຸ່ມປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື້ - ວິ້ງງຽມ - ໂກນເຊີນ, ກ໊ຽບບາກ” ເພື່ອຍື່ນສະເໜີຕໍ່ອົງການ UNESCO ຮັບຮອງເປັນມໍລະດົກໂລກ. ພວກເຮົາ ຕັ້ງຄວາມຫວັງ ແລະເຊື່ອໝັ້ນວ່າ ໃນປີ 2025 ກຸ່ມປູຊະນີຍະສະຖານ ແລະທັດສະນີຍະພາບ ອຽນຕື້ ຈະເປັນກຽດໄດ້ຮັບນາມມະຍົດອັນສູງສົ່ງນີ້”...
    |
 |
ວາດພາບຄືນ ເຈົ້າຊີວິດ ເຈິ່ນເຍິນຕົງ ສະລະບັນລັງໃຫ້ລູກ. ພາບ: ແທັງບິ່ງ |
ປີນີ້, ພິທີໄຂງານບຸນລະດູບານໃໝ່ ອຽນຕື້ ໄດ້ຈັດຂຶ້ນຢ່າງສົມກຽດ, ປອດໄພ, ປອດໃສ ແລະປະຢັດ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ນອກຈາກພິທີຕີກອງ, ຕີລະຄັງໄຂງານບຸນແລ້ວ, ຍັງມີບັນດາພິທີຖະຫວາຍເຄື່ອງບູຊາ, ພາວະນາຂໍໃຫ້ປະເທດຈະເລີນຮຸ່ງເຮືອງສີວິໄລ, ປະຊາຊົນມີຄວາມອີ່ມໜໍາສໍາລານ ແລະມີຄວາມສະຫງົບສຸກ, ປະທັບຕາອັນສັກສິດອຽນຕື້, ພິທີແຫ່ກ້ຽວ ປີ 2025 ມີຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍການເຂົ້າຮ່ວມຂອງ 11 ຂະບວນກ້ຽວທີ່ມາຈາກບັນດາທ້ອງຖິ່ນຂຶ້ນກັບນະຄອນອວງບີ້ ແລະສັງຄະສະມາຄົມພຸດທະສາສະໜາແຂວງກວ໋າງນິງ.
    |
 |
ປະຕິບັດພິທີປະທັບຕາອັນສັກສິດ ອຽນຕື້. ພາບ: ແທັງບິ່ງ |
ຄຽງຂ້າງນັ້ນ, ນະຄອນອວງບີ້ ແລະບໍລິສັດຫຸ້ນສ່ວນພັດທະນາ ຕຸ່ງເລິມ ຍັງຈັດຕັ້ງງານບຸນລະດູບານໃໝ່ ອຽນຕື້ 2025 ດ້ວຍຫຼາຍກິດຈະກໍາທີ່ອຸດົມສົມບູນ, ມີຄວາມໝາຍດ້ວຍບັນດາການເຄື່ອນໄຫວທີ່ໂດດເດັ່ນ ແລະມີຂອບຂະໜາດໃຫຍ່ກວ່າ, ວາດພາບຄືນງານບຸນລະດູບານໃໝ່ບູຮານທີ່ເຕັມໄປດ້ວຍມູນເຊື້ອດ້ວຍລາຍການສະແດງສິລະປະພິເສດ, ງານວາງສະແດງວັດທະນະທໍາ, ການເຄື່ອນໄຫວຄົ້ນຫາລະຫຼິ້ນພື້ນເມືອງ... ເພື່ອເຊີດຊູຄຸນຄ່າວັດທະນະທໍາ, ປະຫວັດສາດ ແລະສ້າງໂອກາດພົບປະແລກປ່ຽນ, ສະໜິດຕິດພັນວົງຄະນາຍາດ.
ໂດຍ: ໄຊຊະນະ