leftcenterrightdel
ຄວາມມ່ວນຊື່ນຂອງບັນດານັກກິລາ ຫວຽດນາມ ເມື່ອຍາດໄດ້ໄຊຊະນະ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງລໍຄອຍມາເປັນເວລາ 6 ວັນ, ສຸດທ້າຍຜູ້ນິຍົມກິລາ ຫວຽດນາມ ກໍໄດ້ເຫັນປະຈັກຕາຄະນະນັກກິລາຂອງປະເທດຕົນຄວ້າໄດ້ຫຼຽນຄຳອີກ 1 ຫຼຽນ ໃນງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19)  ເຊິ່ງພວມດຳເນີນຢູ່ ຫາງຈູ, ປະເທດ ຈີນ.

ຫຼຽນຄຳຫຼຽນທີ 2 ນີ້ ແມ່ນໄດ້ແກ່ທິມນັກກິລາເຕະກະຕໍ້ຫວາຍຍິງ ຫວຽດນາມ, ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ ອິນໂດເນເຊຍ ໃນຮອບຊິງຊະນະເລີດ ດ້ວຍລາຍການ ຍິງ 4 ຄົນ, ໃນຕອນເຊົ້າວັນທີ 04 ຕຸລາ. ໃນລາຍການນີ້, ທິມນັກກິລາກະຕໍ້ຫວາຍແຫ່ງຊາດ ຫວຽດນາມ ພວມເປັນຄອງແຊັມໂລກ.

ແຫຼ່ງຄັດຈາກ: vovworld.vn