ຕອນບ່າຍວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ໄດ້ຈັດຕັ້ງພິທີສະເໜີຕົວປຶ້ມ “ກູບາ-ຫວຽດນາມ: ສອງຊາດ, ປະຫວັດສາດດຽວ” ຂອງທ່ານ ປອ Ruvislei González Saez, ຮອງປະທານສະມາຄົມມິດຕະພາບກູບາ-ຫວຽດນາມ, ຜູ້ອໍານວຍການໂຄງການພົວພັນສາກົນຢູ່ກູບາ ຈັດຕັ້ງ. ປີ 2023 ເປັນຂີດໝາຍ 50 ປີແຫ່ງວັນການນໍາກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ຢູ່ແຂວງ ກວາງຈິ້. ເລື່ອງຈັດຕັ້ງການແປ, ພິມຈຳໜ່າຍ ແລະປະກາດປື້ມທີ່ມອບໃຫ້ຊາວຫວຽດນາມ, ຊາວກູບາ ລຸ້ນຕ່າງໆ ທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການສ້າງ, ຮັກສາ ແລະພັດທະນາສາຍພົວພັນສາມັກຄີ, ມິດຕະພາບແບບພິເສດນີ້; ກໍ່ຄືສະໜອງເອກະສານເພີ່ມເຕີມເພື່ອໃຫ້ເພື່ອນຜູ້ອ່ານສອງປະເທດເຂົ້າໃຈ ແລະເຄົາລົບນັບຖືປະຫວັດສາດລວມລະຫວ່າງປະຊາຊົນສອງປະເທດຕື່ມອີກ.
ໂດຍ: ທະນາພອນ
Type the code from the image