leftcenterrightdel
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຮັບລາງວັນ C ໃນພິທີມອບລາງວັນ. ພາບ: ມີ້ແອງ.

ປີນີ້, ລາງວັນສືບຕໍ່ດຶງດູດການເຂົ້າຮ່ວມ, ຕອບສະໜອງຂອງຫຼາຍອົງການສື່ມວນຊົນດ້ວຍຫຼາຍບົດປະພັນ. ຄະນະຈັດຕັ້ງໄດ້ຮັບ 292 ບົດປະພັນຈາກ 39 ຫົວໜ່ວຍ, ອົງການສື່ມວນຊົນດ້ວຍທຸກປະເພດ. ຄະນະກຳມະການໄດ້ເຫັນດີເປັນເອກະພາບເລືອກເອົາ 33 ບົດດີເດັ່ນທີ່ສຸດເພື່ອມອບລາງວັນ, ໃນນັ້ນມີ 3 ລາງວັນ A, 5 ລາງວັນ B, 10 ລາງວັນ C ແລະ 15 ລາງວັນຊົມເຊີຍ; ພ້ອມທັງ, ຄັດເລືອກສອງອົງການສື່ມວນຊົນດີເດັ່ນທີ່ມີຫຼາຍບົດປະພັນທີ່ມີຄຸນນະພາບເຂົ້າຮ່ວມ. ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຮັບລາງວັນ C ດ້ວຍບົດ “ຊອກຫາວັດທະນະທໍາອັນດີງາມຂອງນາຍບ້ານຢູ່ຮ່າໂນ້ຍ” ແລະລາງວັນຊົມເຊີຍດ້ວຍບົດປະພັນ “ວັດທະນະທໍາ ທັງລອງ - ຮ່າໂນ້ຍ, ທີ່ມີມານັບພັນປີ”.

ໂດຍ: ຈາງຫງວຽນ