ວັນທີ 29 ກັນຍາ, ຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) ຢູ່ ຈີນ, ສືບຕໍ່ແຂ່ງຂັນໃນປະເພດແລ່ນ ແລະ ລານ ແລະ ຍິງປືນ. ບັນດາເນື້ອໃນການແຂ່ງຂັນປະເພດແລ່ນ ແລະລານໃນມື້ນີ້ຢູ່ ASIAD 19 ສ່ວນຫຼາຍແມ່ນຮອບຄັດເລືອກ. ໃນນັ້ນ, ຫວຽດນາມ ມີນັກກິລາ 3 ຄົນເຂົ້າຮ່ວມແຂ່ງຂັນ. ນອກຈາກນັ້ນ, ນັກກິລາຫວຽດນາມ ຍັງເຂົ້າຮ່ວມການແຂ່ງຂັນໃນປະເພດກິລາ: ປິ່ງປ່ອງ ແລະ eSport.

leftcenterrightdel
ຫຼຽນຄຳຂອງນັກກິລາຍິງປືນ ຟ້າມກວາງຮຸຍ. ພາບ: ກົມກິລາ-ກາຍະກໍາ

ກ່ອນໜ້ານັ້ນ, ວັນທີ 28 ກັນຍາ, ນັກກິລາຍິງປືນ ຟ້າມກວາງຮຸຍ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນຍິງປືນຊາຍ 10 ແມັດ, ນັກກິລາ ຫງວຽນວັນແຄງ ຄວ້າໄດ້ຫຼຽນເງິນໃນກິລາກາຍຍະກຳ. ໄລ່ຮອດຕອນເຊົ້າວັນທີ 29 ກັນຍາ, ຄະນະນັກກິລາຫວຽດນາມ ໄດ້ຢືນອັນດັບທີ 15 ໃນຕາຕະລາງຫຼຽນ ດ້ວຍ 1 ຫຼຽນຄຳ, 2 ຫຼຽນເງິນ 11 ຫຼຽນທອງ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ