ຄະນະກິລາຫວຽດນາມ ຈັດພິທີອອກເດີນທາງໄປເຂົ້າຮ່ວມ ASIAD 19
ກປ.ອອນໄລ - ຕອນຄໍ່າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຈັດພິທີໃຫ້ຄະນະກິລາຫວຽດນາມ ເດີນທາງໄປເຂົ້າຮ່ວມງານມະຫາກຳກິລາອາຊີ ຄັ້ງທີ 19 (ASIAD 19).
ເຂົ້າຮ່ວມມີທ່ານພົນໂທ ເຈິ່ນກວາງເຟືອງ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ທ່ານ ຫງວຽນວັນຮຸ່ງ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ.
    |
 |
ພິທີມອບທຸງຊາດໃຫ້ຄະນະກິລາຫວຽດນາມ ໄປເຂົ້າຮ່ວມ ASIAD 19. ພາບ: ຮວ່າຍເຟືອງ. |
ຄະນະກິລາຫວຽດນາມ ເຂົ້າຮ່ວມ ASIAD 19 ມີສະມາຊິກ 504 ຄົນ, ໃນນັ້ນມີນັກກິລາ 337 ຄົນ ແຂ່ງຂັນກິລາ 31 ປະເພດ, ຕັ້ງເປົ້າໝາຍຍາດຫຼຽນຄຳໃຫ້ໄດ້ແຕ່ 2-5 ຫຼຽນ, ສູ້ຊົນໃຫ້ນັກກິລາຫຼາຍຄົນໄດ້ຜ່ານເຂົ້າຮອບຄັດເລືອກການແຂ່ງຂັນກິລາໂອລິມປິກ ປາຣີ 2024. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ສະເໜີໃຫ້ນັກກິລາແຕ່ລະຄົນຄວນແຂ່ງຂັນດ້ວຍຈິດໃຈຊື່ສັດ, ສູງສົ່ງ, ດຸໝັ່ນ ແລະມີຫົວຄິດປະດິດສ້າງ, ມານະພະຍາຍາມເອົາຊະນະຕົນເອງເພື່ອໃຫ້ບັນລຸໄດ້ຜົນງານສູງ; ຢຶດໝັ້ນຕໍ່ຄວາມເອກອ້າງທະນົງໃຈຂອງຊາດ, ສາມັກຄີ, ມີລະບຽບວິໄນ, ປະຕິບັດກົດລະບຽບຂອງງານມະຫາກຳ, ກົດລະບຽບຂອງການແຂ່ງຂັນ, ເຄົາລົບກົດໝາຍ ແລະຮີດຄອງປະເພນີ, ມູນເຊື້ອວັດທະນະທຳຂອງປະເທດເຈົ້າພາບ ແລະບັນດາປະເທດທີ່ເຂົ້າຮ່ວມ; ເປັນເຈົ້າການ, ຈິງໃຈ, ສ້າງນ້ຳໃຈໄມຕີຈິດມິດຕະພາບກັບຄະນະນັກກິລາປະເທດເພື່ອນ.
ASIAD 19 ເປີດການແຂ່ງຂັນຢ່າງເປັນທາງການແຕ່ວັນທີ 23 ກັນຍາ ຫາວັນທີ 8 ຕຸລາ, ຢູ່ນະຄອນ Hangzhou ຂອງຈີນ. ຄະນະກິລາຫວຽດນາມ ຈະອອກເດີນທາງໄປເຂົ້າຮ່ວມ ASIAD 19 ໃນວັນທີ 20 ກັນຍາ.
ໂດຍ: ຈາງຫງວຽນ