ທ່ານຮອງລັດຖະມົນຕີ ຮວ່າງດ້າວເກືອງ ໄດ້ຕີລາຄາສູງຕໍ່ຈິດໃຈຝຶກແອບທີ່ຂະຫຍັນ, ຄວາມຕັດສິນໃຈຂອງບັນດາສະມາຊິກໃນທີມຕ່າງໆ, ພ້ອມທັງຕັກເຕືອນໃຫ້ນັກກິລາຄວນຍົກສູງຈິດໃຈກິລາອັນສູງສົ່ງ, ມານະພະຍາຍາມແຂ່ງຂັນດ້ວຍກຳລັງແຮງຂອງຕົນເພື່ອສີສັນຂອງຊາດ, ນຳມາເຊິ່ງຄວາມສະຫງ່າລາສີໃຫ້ແກ່ກິລາຂອງປະເທດຊາດ.

leftcenterrightdel
ທີມຢູໂດຫວຽດນາມ ລາຍງານສະພາບການຝຶກແອບ. ພາບ: ຫວຽດຈູງ.

ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ ASIAD 19 ມີສະມາຊິກທັງໝົດ 504 ຄົນ, ເຂົ້າຮ່ວມໃນການແຂ່ງຂັນກິລາ, ເນື້ອໃນ 31 ປະເພດ, ຕັ້ງເປົ້າໝາຍໃຫ້ຍາດໄດ້ຫຼຽນຄຳແມ່ນ 2-5 ຫຼຽນ. ຕາມແຜນການແລ້ວ, ຄະນະນັກກິລາຈະຈັດພິທີອອກເດີນທາງໄປເຂົ້າຮ່ວມ ASIAD 19 ໃນຕອນຄ່ຳວັນທີ 16 ກັນຍາ.

ໂດຍ: ຈາງຫງວຽນ