ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ, ຕອນຄ່ຳວັນທີ 1 ກັນຍາ, ເມືອງ ໝູ່ກາງຈາຍ (ແຂວງອຽນບ໊າຍ) ໄດ້ຈັດຕັ້ງລາຍການສະແດງສິລະປະສະເຫຼີມສະຫຼອງວັນເອກະລາດ ແລະເປີດການເຄື່ອນໄຫວກິດຈະກຳທ່ອງທ່ຽວຕ່າງໆໃນປີ 2023.

leftcenterrightdel
ລາຍການສະແດງສິລະປະທີ່ມີລັກສະນະສະເພາະ ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມໝູ່ກາງຈາຍ. ພາບ: vov.vn

ການສະແດງສິລະປະທີ່ເປັນເອກະລັກສະເພາະ ໄດ້ພາໃຫ້ຜູ້ແທນ ແລະນັກທ່ອງທ່ຽວຫວນຄືນເວລານາທີອັນພິລະອາດຫານຂອງ 78 ປີກ່ອນນີ້, ໃນຂະນະທີ່ທົ່ວປະເທດເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະພິລະອາດຫານຂອງປະຊາຊົນຜູ້ຮັກຊາດນັບພັນຄົນໄດ້ລູກຂຶ້ນ, ຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະຄວາມສັກສິດຂອງວັນຊາດທີ 2 ກັນຍາ. ລາຍການຍັງໄດ້ແນະນຳໃຫ້ນັກທ່ອງທ່ຽວໄປຮູ້ຈັກກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າສ່ວນໜ້ອຍຢູ່ເມືອງໝູ່ກາງຈາຍ.

ໃນວັນທີ 31 ສິງຫາ, ກ່ອນການສະແດງສິລະປະ, ກໍ່ໄດ້ດຳເນີນລາຍການເດີນຂະບວນ "ຊາວເຜ່ົາມົງເດີນຕາມທ້ອງຖະໜົນ" ໄດ້ສ້າງບັນຍາກາດອັນຄຶກຄື້ນຢູ່ຖະໜົນເທດສະບານເມືອງໝູ່ກາງຈາຍ, ໂດຍມີນັກສິລະປິນ, ນັກສະແດງ, ນາຍຊ່າງ, ນັກຮຽນ 300 ກວ່າຄົນເຂົ້າຮ່ວມມີປະຊາຊົນ ແລະນັກທ່ອງທ່ຽວຫຼາຍພັນຄົນໄດ້ອອກມາໃຫ້ກຳລັງໃຈຢູ່ສອງຟາກທາງ.

ໂດຍ: ໄຊນີດາ